ພາສາລາວ

ເຄັດລັບຂອງພັກກອມມູນິດຈີນທີ່ສາມາດຮັກສາຄວາມມີຊີວິດຊີວາໃນຮ້ອຍປີຜ່ານມາ

cri2022-01-21 17:28:28
Share
Share this with Close
Messenger Pinterest LinkedIn

ນັບແຕ່ວັນທີ 18 ຫາ ວັນທີ 20 ມັງກອນນີ້, ກອງປະຊຸມຄົບຄະນະຄັ້ງທີ 6 ຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນສະໄໝທີ 19 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ເຂົ້າຮ່ວມກອງປະຊຸມ ແລະກ່າວຄຳປາໄສທີ່ສຳຄັນ, ໂດຍໄດ້ວາງແຜນຍຸດທະສາດເພື່ອຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃຫ້ກ້າວເຂົ້າສູ່ລວງເລິກຢ່າງບໍ່ລົດລະ.

ປະຫວັດສາດຮ້ອຍປີຂອງພັກກອມມູນິດຈີນ, ແມ່ນຂະບວນການອັນຍິ່ງໃຫຍ່ທີ່ປະຕິວັດຕົນເອງຢ່າງກ້າຫານ. ກໍແມ່ນຍ້ອນມີຄວາມເດັດດ່ຽວໜຽວແໜ້ນທີ່ຍຶດໝັ້ນການຄຸ້ມຄອງພັກຢ່າງເຂັ້ມງວດຢ່າງສະເໝີຕົ້ນສະເໝີປາຍ, ພັກກອມມູນິດຈີນຈຶ່ງສາມາດປາສະຈາກການເສຍທາດຂາດຄຸນ, ແລະໄດ້ຮັບສັດທາຈາກປະຊາຊົນຈຳນວນມະຫາສານມາໂດຍຕະຫຼອດ.

ໃນກອງປະຊຸມຄົບຄະນະຂອງຄະນະກຳມະການກວດກາວິໄນສູນກາງພັກກອມມູນິດຈີນຄັ້ງນີ້, ທ່ານສີຈິ້ນຜິງໄດ້ສະຫຼຸບເຄັດລັບຂອງພັກກອມມູນິດຈີນທີ່ສາມາດຮັກສາຄວາມມີຊີວິດຊີວາໃນຮ້ອຍປີຜ່ານມາ, ຄື: ໃນ 100 ປີຜ່ານມາ, ຢູ່ນອກພັກແມ່ນອາໄສການພັດທະນາປະຊາທິປະໄຕປະຊາຊົນ ຮັບເອົາການຕິດຕາມກວດກາຂອງປະຊາຊົນ, ຢູ່ພາຍໃນພັກໄດ້ອາໄສການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ແລະ ຊຸກຍູ້ການປະຕິວັດຕົນເອງ, ຍຶດໝັ້ນສັດຈະທຳ ແລະ ດັດແກ້ຄວາມຜິດພາດຢ່າງກ້າຫານ, ປະຕິວັດຕົນເອງຢ່າງກ້າຫານ, ຈຶ່ງຮັບປະກັນໄດ້ຄວາມມີຊີວິດຊີວາຂອງພັກກອມມູນິດຈີນຢ່າງຕໍ່ເນື່ອງ ແລະ ພັດທະນາເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.

ທ່ານສີຈິ້ນຜິງຍັງກ່າວເນັ້ນໜັກວ່າ, ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານແມ່ນພຶດຕິກຳອັນຍິ່ງໃຫຍ່ຂອງການປະຕິວັດຕົນເອງໃນຍຸກໃໝ່. ຕ້ອງຍຶດໝັ້ນຖືເອົາການກໍ່ສ້າງພັກທາງດ້ານການເມືອງເປັນສິ່ງນຳພາ, ຍຶດໝັ້ນທິດທາງພື້ນຖານທາງການເມືອງໃນການປະຕິວັດຕົນເອງ; ຕ້ອງຍຶດໝັ້ນຖືເອົາການກໍ່ສ້າງພັກດ້ານແນວຄິດເປັນການກໍ່ສ້າງພັກຂັ້ນພື້ນຖານ, ຝຶກຝົນຫຼໍ່ຫຼອມອາວຸດດ້ານແນວຄິດທີ່ແຫຼມຄົມໃນການປະຕິວັດຕົນເອງ; ຕ້ອງຈັດຕັ້ງປະຕິບັດກົດເຫຼັກ 8 ຂໍ້ຂອງສູນກາງພັກຢ່າງເດັດດ່ຽວ, ປັບປຸງແບບແຜນດ້ວຍລະບຽບວິໄນຢ່າງເຂັ້ມງວດ, ເປີດຊ່ອງທາງທີ່ມີປະສິດທິຜົນໃນການປະຕິວັດຕົນເອງໃຫ້ອຸດົມສົມບູນຂຶ້ນ; ຕ້ອງຍຶດໝັ້ນການຕໍ່ຕ້ານການສໍ້ລາດບັງຫຼວງຢ່າງເຂັ້ມແຂງ ແລະຮີບດ່ວນປານສາຍຟ້າແມບ, ດຳເນີນບັ້ນບຸກທະລຸ ແລະ ບັ້ນໄລຍະຍາວໃນການປະຕິວັດຕົນເອງໃຫ້ດີ; ຕ້ອງຍຶດໝັ້ນເພີ່ມທະວີບົດບາດທາງການເມືອງ ຄວາມສາມາດດ້ານການຈັດຕັ້ງ ແລະ ແຮງຈູງໃຈຂອງອົງການພັກ, ບຳລຸງສ້າງຖັນແຖວພະນັກງານທີ່ກ້າຕໍ່ສູ້ ກ້າປະຕິວັດຕົນເອງ; ຕ້ອງຍຶດໝັ້ນການສ້າງລະບົບລະບຽບການທີ່ລ້າງສ່ວຍຕົນເອງ ບູລະນະຕົນເອງ ປະຕິຮູບຕົນເອງ ແລະ ຍົກລະດັບຕົນເອງ, ເພື່ອເປັນການຮັບປະກັນດ້ານລະບຽບການໃຫ້ແກ່ການຊຸກຍູ້ການປະຕິວັດຕົນເອງທີ່ຍິ່ງໃຫຍ່.

Share this story on

Messenger Pinterest LinkedIn