ພາສາລາວ

ການປະດັບປະດາທິວທັດຕົວເມືອງສຳລັບຕ້ອນຮັບງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສຳເລັດແລ້ວຢ່າງຈົບງາມ

cri2022-01-21 16:10:05
Share
Share this with Close
Messenger Pinterest LinkedIn

ວັນທີ 20 ມັງກອນນີ້, ການປະດັບປະດາທິວທັດຕົວເມືອງສຳລັບງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສຳເລັດແລ້ວຢ່າງຈົບງາມ, ລວມມີທິວທັດທີ່ເປັນສັນຍະລັກ 3 ແຫ່ງ, ຖ້ານດອກໄມ້ທີ່ມີຫົວຂໍ້ສະເພາະ 10 ແຫ່ງ ແລະ ໂຄມໄຟ 2 ແສນໜ່ວຍ ໄດ້ຖືກປະດັບປະດາຢູ່ 3 ເຂດແຂ່ງຂັນ ຄື: ເຂດແຂ່ງຂັນປັກກິ່ງ, ເຂດແຂ່ງຂັນແຢນຊິ້ງ ແລະ ເຂດແຂ່ງຂັນຈ່າງເຈ່ຍໂຂ ພ້ອມທັງປະດັບຢູ່ສະຖານທີ່ຕ່າງໆທົ່ວນະຄອນຫຼວງປັກກິ່ງ ແລະ ແຂວງເຫີເປີຍ ໂດຍໄດ້ສະທ້ອນໃຫ້ເຫັນບັນຍາກາດງານໂອລິມປິກລະດູໜາວ, ບຸນກຸດຈີນ ແລະ ຮີດຄອງປະເພນີຕ່າງໆຂອງຈີນ ເພື່ອສ້າງບັນຍາກາດອັນເປັນ “ສີລິມຸງຄຸນ ແລະ ຮ່ວມກັນຕ້ອນຮັບງານກິລາໂອລິມປິກລະດູໜາວຢ່າງຄຶກຄື້ນມ່ວນຊື່ນ”.

ຕາມຂ່າວແຈ້ງວ່າ: ໂດຍອີງຕາມຄວາມຮຽກຮ້ອງຕ້ອງການໃນການຈັດງານກິລາໂອລິມປິກລະດູໜາວປັກກິ່ງແບບປະຢັດແລະກະທັດຮັດ, ການປະດັບປະດາທິວທັດໃນຕົວເມືອງໄດ້ນຳໃຊ້ອຸປະກອນທີ່ເຄີຍໃຊ້ມາແລ້ວຢ່າງເຕັມທີ່, ປະດັບຕົວເມືອງໃຫ້ເປັນສີຂຽວໃນລະດູໜາວນີ້ ໂດຍຜ່ານຈາກການປະດັບປະດາຮູບແກະສະຫຼັກຕາມໜ້າດິນ ແລະ ເພີ່ມພືດສີຂຽວ.

Share this story on

Messenger Pinterest LinkedIn