ພາສາລາວ

ຈະຂ້າມຜ່ານຊ່ອງຫວ່າງແຫ່ງການພັດທະນາ ເພື່ອຟື້ນຟູພາລະກິດການພັດທະນາຂອງໂລກຄືນໃໝ່ໄດ້ແນວໃດ?

cri2022-01-19 13:31:42
Share
Share this with Close
Messenger Pinterest LinkedIn

ຍ້ອນການປ່ຽນແປງຂອງຍຸກສະໄໝແລະການແຜ່ລະບາດຂອງພະຍາດໂຄ ວິດ-19, ຂະບວນການພັດທະນາຂອງໂລກພວມໄດ້ຮັບຜົນກະທົບຢ່າງໜັກໜ່ວງ ເຊິ່ງເຮັດໃຫ້ບັນຫາຄວາມແຕກໂຕນກັນລະຫວ່າງໃຕ້-ເໜືອ, ການຟື້ນຟູການພັດທະນາເກີດມີການຜັນແຍກ, ການພັດທະນາຂາດສະບັ້ນ, ການພັດທະນາເຕັກນິກມີຄວາມແຕກໂຕນກັນຫຼາຍ ແລະບັນຫາອື່ນໆພົ້ນເດັ່ນກວ່າເກົ່າ. ຕົວເລກດັດສະນີການພັດທະນາຂອງມວນມະນຸດໄດ້ຫຼຸດລົງເປັນຄັ້ງທຳອິດໃນຮອບ 30 ປີມານີ້, ທົ່ວໂລກມີປະຊາກອນຜູ້ທຸກຍາກເພີ່ມໃໝ່ຫຼາຍກວ່າ 100 ລ້ານຄົນ, ມີປະຊາຊົນເກືອບ 800 ລ້ານຄົນດຳລົງຊີວິດຢູ່ໃນຄວາມອຶດຫິວ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການສຶກສາ, ການປະກອບອາຊີບ, ການປິ່ນປົວພະຍາດ, ສາທາລະນະສຸກ ແລະຂົງເຂດຊີວິດການເປັນຢູ່ຂອງປະຊາຊົນ ໄດ້ປະເຊີນກັບຄວາມຫຍຸ້ງຍາກຫຼາຍກວ່າເກົ່າ. ປະເທດທີ່ພວມພັດທະນາຈຳນວນໜຶ່ງໄດ້ກັບຄືນສູ່ຄວາມທຸກຍາກ, ໄດ້ເກີດຄວາມວຸ້ນວາຍຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19, ຢູ່ປະເທດທີ່ພັດທະນາແລ້ວ, ຊີວິດການເປັນຢູ່ຂອງປະຊາຊົນຈຳນວນຫຼວງຫຼາຍກໍມີຄວາມຫຍຸ້ງຍາກເຊັ່ນດຽວກັນ. ດັ່ງນັ້ນ, ຈະຂ້າມຜ່ານຊ່ອງຫວ່າງແຫ່ງການພັດທະນາ ເພື່ອຟື້ນຟູພາລະກິດການພັດທະນາຂອງໂລກຄືນໃໝ່ໄດ້ແນວໃດ?

ວັນທີ 17 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດໂລກປີ 2022 ຜ່ານທາງວິດີໂອຢູ່ນະຄອນຫຼວງປັກກິ່ງ. ທ່ານກ່າວວ່າ: ຈີນຍິນດີຮ່ວມມືກັບຝ່າຍຕ່າງໆ, ຮ່ວມກັນຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍການພັດທະນາຂອງໂລກ, ພະຍາຍາມບໍ່ໃຫ້ປະເທດໃດໜຶ່ງຕົກຂະບວນ.

ເດືອນກັນຍາປີ 2021, ທ່ານສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມການພັດທະນາຂອງໂລກໃນກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ໂດຍຮຽກຮ້ອງໃຫ້ປະຊາຄົມໂລກເອົາໃຈໃສ່ບັນຫາອັນຮີບດ່ວນທີ່ປະເທດພວມພັດທະນາພວມປະເຊີນຢູ່. ໃນຄຳປາໄສເມື່ອວັນທີ 17 ມັງກອນນີ້, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ: ບໍ່ວ່າຈະພົບພໍ້ຄວາມຫຍຸ້ງຍາກຫຍັງ, ພວກຂ້າພະເຈົ້າກໍຄວນຍຶດໝັ້ນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ຄວນຖືການຊຸກຍູ້ການພັດທະນາ, ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ໄວ້ຢູ່ໃນຖານະທີ່ສຳຄັນໃນນະໂຍບາຍມະຫາພາກທົ່ວໂລກ.

ໃນຊຸມປີມໍ່ໆມານີ້, ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ທະນາຄານເພື່ອການລົງທຶນພື້ນຖານໂຄງລ່າງອາຊີ ທີ່ຈີນເປັນຜູ້ລິເລີ່ມສ້າງຂຶ້ນ ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນແລະເວທີການຮ່ວມມືທີ່ມີຂະໜາດໃຫຍ່ທີ່ສຸດ ທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງກວ້າງຂວາງ. ນັບມາຮອດວັນທີ 18 ມັງກອນນີ້, ຈີນໄດ້ເຊັນເອກະສານຮ່ວມມືວ່າດ້ວຍການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຫຼາຍກວ່າ 200 ສະບັບ ກັບ 147 ປະເທດ, 32 ອົງການຈັດຕັ້ງສາກົນ ເຊິ່ງເປັນການຮ່ວມກັນຊົມໃຊ້ຜົນການພັດທະນາກັບທົ່ວໂລກ.

Share this story on

Messenger Pinterest LinkedIn