ພາສາລາວ

ທ່ານຫວາງຢີ້ພົບປະເຈລະຈາກັບລັດຖະມົນຕີການຕ່າງປະເທດໂອມານ

cri2022-01-15 12:59:02
Share
Share this with Close
Messenger Pinterest LinkedIn

ວັນທີ 14 ມັງກອນນີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານໄຊອິດ ບາເດີ ຮາມັດ ອານ ບູໄຊດີ ລັດຖະມົນຕີກະຊວງການຕ່າງປະເທດໂອມານທີ່ກຳລັງຢ້ຽມຢາມເມືອງອູຊີ່ ແຂວງຈ່ຽງຊູ່ຈີນ.

ທ່ານຫວາງຢີ້ກ່າວວ່າ: ຈີນແລະໂອມານລ້ວນແຕ່ເປັນປະເທດພວມພັດທະນາແລະອົງກອນເສດຖະກິດທີ່ເປັນຕະຫຼາດຈະເລີນໃໝ່, ໄດ້ປະເຊີນກັບສິ່ງທ້າທາຍທີ່ຄ້າຍກັນ, ສອງຝ່າຍຄວນລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຈີນ-ໂອມານໃຫ້ຂະຫຍາຍໄປໜ້າ. ຈີນສະໜັບສະໜູນໂອມານປະຕິບັດ“ວິໄສທັດ 2040” ແລະເລັ່ງລັດການຫັນເສດຖະກິດໃຫ້ເປັນແບບຫຼາຍເຄົ້າ, ຈີນຍິນດີຕັ້ງໜ້າເຂົ້າຮ່ວມໂຄງການກໍ່ສ້າງທີ່ສຳຄັນຂອງໂອມານ.

ທ່ານໄຊອິດ ບາເດີກ່າວວ່າ: ໂອມານເດັດດ່ຽວປະຕິບັດຕາມນະໂຍບາຍຈີນດຽວ, ສະໜັບສະໜູນປະເທດຈີນປົກປັກຮັກສາສິດແລະຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງຕົນ. ຍິນດີຕັ້ງໜ້າເຂົ້າຮ່ວມການສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”. ຄັດຄ້ານການຫັນກິລາເປັນບັນຫາການເມືອງ, ສະໜັບສະໜູນປະເທດຈີນເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວປັກກິ່ງໃຫ້ໄດ້ຮັບຜົນສຳເລັດ.

Share this story on

Messenger Pinterest LinkedIn