ພາສາລາວ

ຈີນກ່າວວ່າ: ໃນບັນຫາສິດທິມະນຸດ, ອາເມຣິກາຕ້ອງເປັນຈຳເລີຍ

cri2022-01-14 15:03:51
Share
Share this with Close
Messenger Pinterest LinkedIn

ວັນທີ 13 ມັງກອນນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຂ່າວວ່າ: ອາເມຣິກາແມ່ນຜູ້ຊຸກຍູ້ໃຫ້ເກີດວິກິດການຊາວອົບພະຍົບທົ່ວໂລກໃນປັດຈຸບັນ, ໃນບັນຫາສິດທິມະນຸດ, ອາເມຣິກາບໍ່ແມ່ນປະລາມາຈານ ແຕ່ຕ້ອງແມ່ນຈຳເລີຍ.

ຕາມຂ່າວແຈ້ງວ່າ: ປັດຈຸບັນ, ຊາວອົບພະຍົບແລະຜູ້ບໍ່ມີບ່ອນຢູ່ອາໄສໃນໂລກມີຫຼາຍກວ່າ 80 ລ້ານຄົນ, ແຕ່ປະເທດທີ່ພວມພັດທະນາໄດ້ຮັບເອົາຊາວອົບພະຍົບ 86% ໃນທົ່ວໂລກ ເຊິ່ງໄດ້ສ້າງຄວາມກົດດັນທາງເສດຖະກິດແລະສັງຄົມ, ສະນັ້ນ ຈຶ່ງຮຽກຮ້ອງວ່າ ອາເມຣິກາທີ່ເປັນຜູ້ສ້າງວິກິດການຕ້ອງຮັບຜິດຊອບຕໍ່ເລື່ອງນີ້.

ກ່ຽວກັບເລື່ອງນີ້, ທ່ານວ່າງເວີນປິ່ນກ່າວວ່າ: ອາເມຣິກາແມ່ນຜູ້ລ່ວງລ້ຳສິດທິມະນຸດຂອງຊາວອົບພະຍົບ. ນັບແຕ່ປີ 2001 ເປັນຕົ້ນມາ, ການແຊກແຊງປະເທດອື່ນຂອງອາເມຣິກາໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 800.000 ຄົນເສຍຊີວິດ, ພຽງແຕ່ຢູ່ອັຟການີສະຖານ, ອີຣັກ, ຊີຣີແລະປະເທດອື່ນໆທີ່ຖືກເຄາະຮ້າຍກໍມີຊາວອົບພະຍົບຫຼາຍກວ່າ 20 ລ້ານຄົນແລ້ວ. ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຊາວອົບພະຍົບເຊື້ອສາຍອາຊີ, ອາຟຣິກາ ແລະອາເມຣິກາລາຕິນທີ່ຢູ່ອາເມຣິກາຖືກຈຳແນກເຊື້ອຊາດຜິວພັນແລະຖືກທຳຮ້າຍຍ້ອນຄວາມຄຽດຊັງ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ອາເມຣິກາ ຈົ່ງເອົາໃຈໃສ່ພິຈາລານາ ແລະແກ້ໄຂການກະທຳອັນໂຫດຮ້າຍຕ່າງໆໃນບັນຫາຊາວອົບພະຍົບ.

Share this story on

Messenger Pinterest LinkedIn