ພາສາລາວ

ຈີນກ່າວວ່າ: ອາເມຣິກາສວຍໃຊ້ບັນຫາຊິ່ນຈ່ຽງບີບບັງຄັບວິສາຫະກິດຂ້າມຊາດໃຫ້ເຂົ້າຂ້າງຕົນເປັນການຂົ່ມຂູ່ແລະຂົ່ມເຫັງທາງການເມືອງຢ່າງເປີດແປນ

cri2022-01-07 16:54:23
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 6 ມັງກອນນີ້, ມີນັກຂ່າວຖາມວ່າ: ຕາມການລາຍງານຂ່າວ: ຫວ່າງມໍ່ໆມານີ້, ທ່ານ ຕະດະຊິ ຢະໄນ, ຜູ້ສ້າງຕັ້ງຍີ່ຫໍ້ເຄື່ອງນຸ່ງຢູນິໂຄຣຫຼື Uniqlo ຂອງຍີ່ປຸ່ນໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ກ່ອນໜ້ານີ້,ບໍລິສັດຕົນໄດ້ປະຕິເສດການສະແດງຄວາມເຫັນວ່າຈະໃຊ້ດອກຝ້າຍຊິ່ນຈ່ຽງຫຼືບໍ່,ກໍ່ຍ້ອນວ່າຢາກຮັກສາຄວາມເປັນກາງລະຫວ່າງຈີນ-ອາເມຣິກາ. ອາເມຣິກາບີບບັງຄັບໃຫ້ວິສາຫະກິດຈົງຮັກພັກດີຕໍ່ຕົນເອງ,ແຕ່ບໍລິສັດຢູນິໂຄຣຈະບໍ່ເຂົ້າຮ່ວມເກມແບບນີ້. ຂໍຖາມແດ່ຝ່າຍຈີນມີຄຳເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານ ຫວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໃນໄລຍະມໍ່ໆມານີ້, ອາເມຣິກາໄດ້ເສກສັນປັ້ນແຕ່ງແລະສ້າງຄວາມຫຍຸ້ງຍາກກ່ຽວກັບບັນຫາຊິ່ນຈ່ຽງຊ້ຳແລ້ວຊ້ຳອີກ,ທີ່ຈິງແລ້ວກໍແມ່ນມີເຈດຕະນາຢາກສະກັດກັ້ນການພັດທະນາຂອງຈີນ,ທຳລາຍຄວາມຈະເລີນຮຸ່ງເຮືອງແລະສະຖຽນລະພາບຂອງເຂດຊິ່ນຈ່ຽງ. ການກະທຳຂອງອາເມຣິກາທີ່ບີບບັງຄັບໃຫ້ວິສາຫະກິດຂ້າມຊາດເຂົ້າຂ້າງແລະຈົງຮັກພັກດີກັບຝ່າຍອາເມຣິກາເປັນການຂົ່ມຂູ່ແລະການຂົ່ມເຫັງທາງການເມືອງຢ່າງເປີດແປນ,ໄດ້ຝືນກັບຫຼັກການຕະຫຼາດແລະຈັນຍາບັນທາງການຄ້າທີ່ສຸດ ເຊິ່ງບໍ່ພຽງແຕ່ໄດ້ທຳລາຍຜົນປະໂຫຍດແລະຄວາມໜ້າເຊື່ອຖືຂອງອາເມຣິກາເອງເທົ່ານັ້ນ,ຫາກຍັງຈະທຳລາຍຄວາມໝັ້ນທ່ຽງຂອງຕ່ອງໂສ້ການຜະລິດແລະຕ່ອງໂສ້ການສະໜອງຂອງໂລກອີກດ້ວຍ,ທຳລາຍລະບຽບການການຄ້າສາກົນ.

ທ່ານ ຫວ່າງເຫວີນປິ່ນ ກ່າວຕື່ມວ່າ: “ດອກຝ້າຍຂອງເຂດຊິ່ນຈ່ຽງຈີນຂາວສະອາດແລະມີຄຸນນະພາບດີ,ປະຊາຊົນຢູ່ເຂດຊິ່ນຈ່ຽງທີ່ສວຍງາມມີຄວາມດຸໝັ່ນແລະເກັ່ງກ້າ. ເຊື່ອວ່າຈະມີວິສາຫະກິດນັບມື້ນັບຫຼາຍສາມາດຈຳແນກຄວາມຜິດແລະຄວາມຖືກຕ້ອງໄດ້,ປະຖິ້ມສິ່ງລົບກວນທີ່ເກີດຈາກຄວາມກົດດັນທາງການເມືອງ,ຕັດສິນໃຈທາງການຄ້າຢ່າງເປັນເອກະລາດແລະເປັນເຈົ້າຕົນເອງ.”

Share this story on

Messenger Pinterest LinkedIn