ພາສາລາວ

ກິດຈະກຳກິລາລະດູໜາວຄົນພິການຈີນຄັ້ງທີ 6 ຈັດຂຶ້ນຢູ່ແຂວງກຸ້ຍໂຈ່ວ

cri2022-01-07 14:58:28
Share
Share this with Close
Messenger Pinterest LinkedIn

ຕາມຂ່າວCRI: ວັນທີ 6 ມັງກອນນີ້, ກິດຈະກຳກິລາລະດູໜາວຄົນພິການຈີນຄັ້ງທີ 6 ທີ່ມີສະຫະພັນຄົນພິການຈີນເປັນເຈົ້າພາບ, ໄດ້ມອບໃຫ້ສະຫະພັນນພິການແຂວງກຸ້ຍໂຈ່ວແລະກົມກິລາແຂວງກຸ້ຍໂຈ່ວເປັນຝ່າຍຈັດງານໄດ້ຈັດຂຶ້ນຢູ່ລານສະກີ້ກ່າວໂພ່ຢູນຕີງທີ່ນະຄອນກຸ້ຍຢາງຂອງແຂວງກຸ້ຍໂຈ່ວ.

ກິດຈະກຳຄັ້ງນີ້ມີຫົວຂໍ້ຫຼັກແມ່ນ “ງານຕ້ອນຮັບກິລາໂອລິມປິກລະດູໜາວແລະງານກິລາໂອລິມປິກຄົນພິການລະດູໜາວທີ່ໃກ້ຈະວຽນຈັດຂຶ້ນ, ຕ້ອນຮັບແຂກຢ່າງອົບອຸ່ນ”, ຄຳຂວັນຂອງກິດຈະກຳແມ່ນ “ຕ້ອນຮັບງານກິລາໂອລິມປິກລະດູໜາວຢ່າງເບີກບານມ່ວນຊື່ນ, ແຂວງກຸ້ຍໂຈ່ວມີພະລັງຊີວິດແລະມີຄວາມຫຼາກຫຼາຍສີສັນ”. ໃນພິທີເປີດງານໄດ້ຈັດການສະແດງຕ່າງໆ, ເຊັ່ນ: ການຫຼິ້ນສະກີ້, ການເຕັ້ນເຊືອກຄົນຕາບອດ, ກິລາເຄີລີງຢູ່ເທິງດິນຊາຍ,ກິດຈະກຳສຳພັດກັບກິລາລະດູໜາວຄົນພິການແລະການແຂ່ງຂັນກິລາເພື່ອສ້າງບັນຍາກາດມ່ວນຊື່ນ.

ຂ່າວແຈ້ງວ່າ,ກິດຈະກຳຄັ້ງນີ້ມີຈຸດປະສົງເພື່ອສົ່ງເສີມໃຫ້ເພື່ອນມິດຄົນພິການຈຳນວນຫຼາຍໄດ້ສຳພັດກັບບັນຍາກາດຄວາມເບີກບານມ່ວນຊື່ນຂອງກິລາລະດູ

ໜາວຮ່ວມກັນ, ຮັບຮູ້ແລະເຂົ້າໃຈງານກິລາໂອລິມປິກຄົນພິການລະດູໜາວ, ພ້ອມກັນນັ້ນກໍ່ເປັນການສ້າງບັນຍາກາດໃຫ້ທົ່ວສັງຄົມເຂົ້າຮ່ວມກິລາລະດູໜາວຢ່າງຕັ້ງໜ້າ, ເພື່ອປະກອບສ່ວນເຂົ້າໃນງານກິລາໂອລິມປິກລະດູໜາວຄົນພິການ ປັກກິ່ງ2022.

Share this story on

Messenger Pinterest LinkedIn