ພາສາລາວ

ການເຄື່ອນໄຫວດ້ານການຕ່າງປະເທດຜ່ານທາງວິດີໂອ ແລະໂທລະສັບຂອງ ທ່ານ ສີຈິ້ນຜິງ ໃນປີ 2021

cri2022-01-07 10:25:19
Share
Share this with Close
Messenger Pinterest LinkedIn

ປີ 2021, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກິດຈະກຳການຕ່າງປະເທດທີ່ສຳຄັນຜ່ານທາງວິດີໂອ 40 ຄັ້ງ, ໄດ້ສົນທະນາຜ່ານທາງໂທລະສັບກັບຜູ້ນຳຕ່າງປະເທດ ແລະ ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ 79 ຄັ້ງ ທັງໄດ້ກ່າວຄຳປາໄສ, ສົ່ງສານ ແລະ ສົ່ງຈົດໝາຍຜ່ານທາງວິດີໂອຫຼາຍກວ່າ 100 ຄັ້ງ.

ປີ 2021, ທ່ານ ສີຈິ້ນຜິງ ໄດ້ຊູຄັນທຸງແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢູ່ສະເໝີ ແລະໄດ້ກ່າວເນັ້ນໜັກຫຼາຍເທື່ອວ່າ ຕ້ອງປົກປັກຮັກສາ ແລະ ຈັດຕັ້ງປະຕິບັດ “ລັດທິຫຼາຍຝ່າຍທີ່ແທ້ຈິງ”.

ວັນທີ 25 ມັງກອນ 2021, ທ່ານ ສີຈິ້ນຜິງ ໄດ້ເຂົ້າຮ່ວມກອງປະຊຸມ “ວາລະປະຊຸມດາວົສ” ຂອງເວທີປຶກສາຫາລືເສດຖະກິດໂລກດ້ວຍຮູບແບບວິດີໂອ. ໃນກອງປະຊຸມຄັ້ງນີ້, ທ່ານ ໄດ້ກ່າວວ່າ: ວຽກງານສາກົນຄວນໃຫ້ປະເທດຕ່າງໆປຶກສາຫາລືນຳກັນ, ອະນາຄົດ ແລະ ຊາຕາກຳຂອງໂລກ ຄວນໃຫ້ບັນດາປະເທດກຳກັບຮ່ວມກັນ.

ທ່ານ ຄຣາວສ ສະວາບ ຜູ້ສ້າງຕັ້ງ ທັງເປັນປະທານປະຕິບັດງານຂອງເວທີ ປຶກສາຫາລືເສດຖະກິດໂລກກ່າວວ່າ: “ຂ້າພະເຈົ້າເຫັນວ່າ, ທ່ານປະທານ ສີຈິ້ນຜິງ ໄດ້ສະເໜີຂອບການພັດທະນາໃຫ້ໂລກ. ເພາະວ່າພວກເຮົາກຳລັງຢູ່ໃນໄລຍະທີ່ສຳຄັນຫຼາຍ, ພວກເຮົາຕ້ອງເປັນຜູ້ຕັດສິນຊີ້ຂາດອະນາຄົດຂອງພວກເຮົາເອງ.”

ລັດທິຫຼາຍຝ່າຍ ແມ່ນແນວຄວາມຄິດແກນກາງຂອງລະບົບສາກົນ ແລະ ລະບຽບສາກົນທີ່ມີຢູ່ໃນປັດຈຸບັນ. ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: “ລັດທິຫຼາຍຝ່າຍທີ່ແທ້ຈິງ” ມີຈຸດປະສົງຄື ຮຽກຮ້ອງໃຫ້ເດີນຕາມເສັ້ນທາງທີ່ສາມັກຄີກັນ, ຮ່ວມມືກັນ ແລະຮ່ວມກັນຊຸກຍູ້ການພັດທະນາ.

ປີ 2021, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ເອີຣົບໄດ້ຮັບຄວາມຄືບໜ້າໃໝ່. ທ່ານ ສີຈິ້ນຜິງ ໄດ້ເປັນປະທານຂອງກອງປະຊຸມຜູ້ນຳຈີນ-ຝຣັ່ງ-ເຢຍລະມັນຜ່ານທາງວິດີໂອ 2 ຄັ້ງ ແລະ ກອງປະຊຸມສຸດຍອດຈີນ-ປະເທດເອີຣົບຕາເວັນອອກ ແລະເອີຣົບກາງທາງວິດີໂອໄດ້ຈັດຂຶ້ນຢ່າງສຳເລັດຜົນ.

ປີ 2021, ຈີນໄດ້ລົງເລິກການຮ່ວມມືກັບປະເທດອ້ອມຂ້າງ ເພື່ອຮ່ວມກັນປົກປັກຮັກສາຄວາມໝັ້ນຄົງຂອງພາກພື້ນ. ທ່ານ ສີຈິ້ນຜິງ ຍັງໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຄັ້ງທີ 8 ຂອງເວທີປຶກສາຫາລື ການຮ່ວມມືຈີນ-ອາຟຣິກາ, ໂດຍໄດ້ເປີດກວ້າງຂອບເຂດການຮ່ວມມືໃຕ້-ໃຕ້.

ວັນທີ 21 ກັນຍາ 2021, ໃນເວລາເຂົ້າຮ່ວມການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 76, ທ່ານ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມກ່ຽວກັບການພັດທະນາທົ່ວໂລກເປັນຄັ້ງທຳອິດ, ຮ່ວມກັນຊຸກຍູ້ການພັດທະນາທົ່ວໂລກໃຫ້ກ້າວເຂົ້າສູ່ໄລຍະໃໝ່ທີ່ມີຄວາມດຸນດ່ຽງກັນ, ປະສານກົມກຽວກັນ ແລະ ກວມລວມ, ສ້າງປະຊາຄົມຮ່ວມຊາຕາກຳດ້ານການພັດທະນາຂອງໂລກ.

ວັນທີ 11 ຕຸລາ 2021, ໃນກອງປະຊຸມປະເທດລົງນາມໃນສົນທິສັນຍາຊີວະນານາພັນຄັ້ງທີ 15 ທີ່ຈັດຂຶ້ນຢູ່ນະຄອນຄຸນມິງ, ແຂວງຢູນນານ, ປະເທດຈີນ, ທ່ານ ສີຈິ້ນຜິງ ໄດ້ສະເໜີຈຸດຢືນຂອງຈີນທີ່ຮ່ວມກັນສ້າງປະຊາຄົມຂອງສິ່ງທີ່ມີຊີວິດໃນໂລກ.

ວັນທີ 15 ທັນວາ 2021, ທ່ານ ສີຈິ້ນຜິງ ແລະ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ພົບປະກັນຜ່ານທາງວິດີໂອ. ໃນການພົບປະທາງວິດີໂອຄັ້ງນີ້, ປະມຸກລັດສອງປະເທດໄດ້ສະແດງຄວາມຄອງຄອຍການນັດພົບກັນໃນງານກິລາໂອລິມປິກລະດູໜາວປັກກິ່ງຢ່າງສຸດໃຈ, ທັງໄດ້ສົ່ງສັນຍານອັນຊັດເຈນທີ່ວ່າ “ຮ່ວມກັນມຸ່ງໜ້າສູ່ອະນາຄົດ” ໃຫ້ກັບໂລກ.

Share this story on

Messenger Pinterest LinkedIn