ພາສາລາວ

ການເຄື່ອນໄຫວດ້ານການຕ່າງປະເທດຜ່ານທາງວິດີໂອ ແລະໂທລະສັບຂອງ ທ່ານ ສີຈິ້ນຜິງ ໃນປີ 2021

cri2022-01-07 10:25:19
Share
Share this with Close
Messenger Pinterest LinkedIn

ປີ 2021, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກິດຈະກຳການຕ່າງປະເທດທີ່ສຳຄັນຜ່ານທາງວິດີໂອ 40 ຄັ້ງ, ໄດ້ສົນທະນາຜ່ານທາງໂທລະສັບກັບຜູ້ນຳຕ່າງປະເທດ ແລະ ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນ 79 ຄັ້ງ ທັງໄດ້ກ່າວຄຳປາໄສ, ສົ່ງສານ ແລະ ສົ່ງຈົດໝາຍຜ່ານທາງວິດີໂອຫຼາຍກວ່າ 100 ຄັ້ງ.

ປີ 2021, ທ່ານ ສີຈິ້ນຜິງ ໄດ້ຊູຄັນທຸງແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢູ່ສະເໝີ ແລະໄດ້ກ່າວເນັ້ນໜັກຫຼາຍເທື່ອວ່າ ຕ້ອງປົກປັກຮັກສາ ແລະ ຈັດຕັ້ງປະຕິບັດ “ລັດທິຫຼາຍຝ່າຍທີ່ແທ້ຈິງ”.

ວັນທີ 25 ມັງກອນ 2021, ທ່ານ ສີຈິ້ນຜິງ ໄດ້ເຂົ້າຮ່ວມກອງປະຊຸມ “ວາລະປະຊຸມດາວົສ” ຂອງເວທີປຶກສາຫາລືເສດຖະກິດໂລກດ້ວຍຮູບແບບວິດີໂອ. ໃນກອງປະຊຸມຄັ້ງນີ້, ທ່ານ ໄດ້ກ່າວວ່າ: ວຽກງານສາກົນຄວນໃຫ້ປະເທດຕ່າງໆປຶກສາຫາລືນຳກັນ, ອະນາຄົດ ແລະ ຊາຕາກຳຂອງໂລກ ຄວນໃຫ້ບັນດາປະເທດກຳກັບຮ່ວມກັນ.

ທ່ານ ຄຣາວສ ສະວາບ ຜູ້ສ້າງຕັ້ງ ທັງເປັນປະທານປະຕິບັດງານຂອງເວທີ ປຶກສາຫາລືເສດຖະກິດໂລກກ່າວວ່າ: “ຂ້າພະເຈົ້າເຫັນວ່າ, ທ່ານປະທານ ສີຈິ້ນຜິງ ໄດ້ສະເໜີຂອບການພັດທະນາໃຫ້ໂລກ. ເພາະວ່າພວກເຮົາກຳລັງຢູ່ໃນໄລຍະທີ່ສຳຄັນຫຼາຍ, ພວກເຮົາຕ້ອງເປັນຜູ້ຕັດສິນຊີ້ຂາດອະນາຄົດຂອງພວກເຮົາເອງ.”

ລັດທິຫຼາຍຝ່າຍ ແມ່ນແນວຄວາມຄິດແກນກາງຂອງລະບົບສາກົນ ແລະ ລະບຽບສາກົນທີ່ມີຢູ່ໃນປັດຈຸບັນ. ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: “ລັດທິຫຼາຍຝ່າຍທີ່ແທ້ຈິງ” ມີຈຸດປະສົງຄື ຮຽກຮ້ອງໃຫ້ເດີນຕາມເສັ້ນທາງທີ່ສາມັກຄີກັນ, ຮ່ວມມືກັນ ແລະຮ່ວມກັນຊຸກຍູ້ການພັດທະນາ.

ປີ 2021, ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ເອີຣົບໄດ້ຮັບຄວາມຄືບໜ້າໃໝ່. ທ່ານ ສີຈິ້ນຜິງ ໄດ້ເປັນປະທານຂອງກອງປະຊຸມຜູ້ນຳຈີນ-ຝຣັ່ງ-ເຢຍລະມັນຜ່ານທາງວິດີໂອ 2 ຄັ້ງ ແລະ ກອງປະຊຸມສຸດຍອດຈີນ-ປະເທດເອີຣົບຕາເວັນອອກ ແລະເອີຣົບກາງທາງວິດີໂອໄດ້ຈັດຂຶ້ນຢ່າງສຳເລັດຜົນ.

12全文 2 下一页

Share this story on

Messenger Pinterest LinkedIn