ພາສາລາວ

ບັນຫາຕ່າງໆໃນທຸກຄອບຄົວຂອງຄົນຈີນມີຫຍັງແດ່?

cri2022-01-06 17:12:23
Share
Share this with Close
Messenger Pinterest LinkedIn

ໃນປີ 2021 ທີ່ຜ່ານມາ, ປະຊາຊົນຈີນໄດ້ດຳລົງຊີວິດແນວໃດ, ຍັງມີບັນຫາຫຍັງຄ້າງຄາໃຈແດ່? ບໍ່ວ່າໄປຮອດໃສ, ທ່ານ ສີຈິ້ນຜິງ ປະທານປະເທດຈີນກໍ່ຍັງເປັນຫ່ວງເປັນໃຍປະຊາຊົນຢູ່ສະເໝີ. ເພິ່ນເວົ້າວ່າ: “ບໍ່ວ່າໄປຮອດໃສ ສະພາບສອງຢ່າງທີ່ຂ້າພະເຈົ້າຕ້ອງສຳຫຼວດເບິ່ງນັ້ນກໍ່ຄື ໜຶ່ງແມ່ນຊົນນະບົດ ແລະ ອີກອັນໜຶ່ງແມ່ນເຂດຊຸມຊົນ ເພື່ອເບິ່ງວ່າປະຊາຊົນພວກເຮົາດຳລົງຊີວິດຄືແນວໃດ.” “ເພາະວ່າ ການເຮັດໃຫ້ປະຊາຊົນດຳລົງຊີວິດດ້ວຍຄວາມຜາສຸກນັ້ນ ເປັນເລື່ອງໃຫຍ່ກວ່າໝູ່ຂອງຊາດ.”

ການສຶກສາ

ໃນປີ 2021 ທີ່ຜ່ານມາ, ໂດຍແນໃສ່ບັນຫາ “ນັກຮຽນປະຖົມ ແລະ ມັດທະຍົມຂອງຈີນມີພາລະການຮຽນໜັກໂພດ” ທີ່ເປັນໜຶ່ງໃນບັນຫາທີ່ພົ້ນເດັ່ນກວ່າໝູ່ໃນດ້ານການສຶກສາພາກບັງຄັບຂອງຈີນ, ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: “ຕ້ອງຜັນຂະຫຍາຍທິດທາງການສຶກສາຂອງພັກຢ່າງຮອບດ້ານ, ຈັດຕັ້ງປະຕິບັດໜ້າທີ່ໃຫ້ເຖິງກົກເຖິງຮາກໃນການສຶກສານັກຮຽນໃຫ້ມີສິນທຳ, ຍຶດໝັ້ນຫຼັກການແບບສາທາລະນະປະໂຫຍດຂອງການສຶກສາ, ລົງເລິກການປະຕິຮູບດ້ານການສຶກສາ, ເຮັດວຽກການສຶກສາໃຫ້ປະຊາຊົນພໍໃຈ.” ດັ່ງນັ້ນ ລັດຖະບານຈີນຈຶ່ງໄດ້ປະກາດນະໂຍບາຍທີ່ ຫຼຸດຜ່ອນພາລະດ້ານວຽກບ້ານ ແລະ ການຮຽນຢູ່ນອກໂຮງຮຽນຂອງນັກຮຽນໃນຂັ້ນການສຶກສາພາກບັງຄັບນັ້ນໃຫ້ເບົາລົງ, ໂດຍເອີ້ນຫຍໍ້ວ່າ “ນະໂຍບາຍຫຼຸດຜ່ອນ 2 ດ້ານ”.

ຂະນະດຽວກັນ, ຢູ່ໂຮງຮຽນຕ່າງໆໃນລະດັບການສຶກສາພາກບັງຄັບຂອງຈີນໃນປີ 2021 ໄດ້ເປີດການບໍລິການຫຼັງເລີກຮຽນຢ່າງທົ່ວເຖິງໂດຍພື້ນຖານ. ອັດຕາສ່ວນຂອງນັກຮຽນທີ່ສະໝັກເຂົ້າຮ່ວມການບໍລິການຫຼັງເລີກຮຽນ ໄດ້ເພີ່ມຂຶ້ນຈາກ 49,1% ໃນສົກຮຽນຕົ້ນປີ 2021 ເປັນ 91,9% ໃນປັດຈຸບັນ.

ການປິ່ວປົວ ແລະ ສາທາລະນະສຸກ

ປີ 2021, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຂຶ້ນໆລົງໆ, ມີໄວຣັດກາຍພັນໃໝ່ປາກົດອອກມາເລື້ອຍໆ, ສະພາບການປ້ອງກັນ ແລະ ຄວບຄຸມພະຍາດ ຍິ່ງເຂັ້ມຂຸ້ນກວ່າເກົ່າ. ທ່ານປະທານ ສີຈິ້ນຜິງ ໄດ້ບັນຊາ, ຊີ້ນຳ ແລະ ຈັດວາງວຽກງານປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ດ້ວຍຕົນເອງ ເຊິ່ງໄດ້ກຳນົດຍຸດທະວິທີລວມ ຄື: “ປ້ອງກັນການແຜ່ລະບາດມາຈາກຕ່າງປະເທດ, ປ້ອງກັນການແຜ່ລະບາດຄືນຢູ່ພາຍໃນປະເທດ” ແລະທິດທາງລວມ ຄື: “ປິ່ນປົວ ແລະ ຄວບຄຸມບໍ່ໃຫ້ມີຜູ້ຕິດເຊື້ອແມ່ນແຕ່ກໍລະນີດຽວ.” ດັ່ງນັ້ນ, ທຸກຄັ້ງທີ່ເກີດການລະບາດ ຈຶ່ງໄດ້ຮັບປະສິດທິຜົນສູງທີ່ສຸດ ດ້ວຍຕົ້ນທຶນໜ້ອຍທີ່ສຸດ.

ທ່ານ ເຈຣີ ຄໍວານ ເປັນຜູ້ອັບໂຫຼດວິດີໂອທາງອິນເຕີເນັດທີ່ມາຈາກນິວຢອກ, ປະເທດອາເມຣິກາ, ລາວໄດ້ເດີນທາງຈາກອາເມຣິກາກັບຄືນມາປະເທດຈີນໃນປີ 2021. ເມື່ອປຽບທຽບສະພາບພະຍາດໂຄວິດ-19 ຢູ່ຈີນ ແລະ ຢູ່ອາເມຣິກາແລ້ວ, ລາວຮູ້ສຶກຕົກສະເງີ້ຫຼາຍ. ຫຼັງຈາກໝົດເວລາ ກັກບໍລິເວນຢູ່ໂຮງແຮມແລ້ວ, ລາວໄປກິນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງ; ຮ້ານນີ້ຂາຍດີຫຼາຍ, ລາວລຽນແຖວລໍຖ້າໜຶ່ງຊົ່ວໂມງ ຈຶ່ງໄດ້ທີ່ນັ່ງກິນເຂົ້າ. ສະພາບ ແລະເຫດການດັ່ງກ່າວນີ້ເຮັດໃຫ້ລາວມີຄວາມຮູ້ສຶກອັນເລິກເຊິ່ງຕໍ່ຜົນງານການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຢູ່ຈີນ.

ການລ້ຽງດູຜູ້ອາຍຸສູງ

ປີ 2021 ໂດຍພາຍໃຕ້ການສະໜັບສະໜູນຢ່າງແຂງແຮງຈາກລັດຖະບານຈີນ, ການບໍລິການລ້ຽງດູຜູ້ອາຍຸສູງນັບມື້ນັບສະດວກ, ວ່ອງໄວ ແລະແທດເຖິງ ເຊັ່ນ ໃນຍາມເຈັບເປັນກໍມີພະຍາບານຊ່ວຍພາໄປຫ້ອງນໍ້າ, ຮັບສົ່ງເຖິງຕຽງນອນ... ກະຊວງການເງິນຈີນໄດ້ເບີກງົບປະມານ 1,1 ຕື້ຢວນ ເພື່ອໃຊ້ຈ່າຍສະໜັບສະໜູນ 42 ເຂດ ໃນການພັດທະນາການບໍລິການລ້ຽງດູຜູ້ອາຍຸສູງຂັ້ນພື້ນຖານ ທີ່ຢູ່ເຮືອນ ແລະ ເຂດຊຸມຊົນ, ເຊັ່ນ: ດຳເນີນການປັບປຸງສິ່ງກໍ່ສ້າງຕ່າງໆເພື່ອໃຫ້ສອດຄ່ອງກັບຜູ້ອາຍຸສູງ, ສ້າງຫ້ອງອາຫານສຳລັບຜູ້ອາຍຸສູງໂດຍສະເພາະ ແລະ ເຜີຍແຜ່ການນຳໃຊ້ຕຽງນອນຢູ່ໃນເຮືອນຂອງຜູ້ອາຍຸສູງ ເຫຼົ່ານີ້ເປັນຕົ້ນ.

ປັດຈຸບັນ ຢູ່ຈີນມີອົງການບໍລິການ ແລະ ສິ່ງກໍ່ສ້າງເພື່ອລ້ຽງດູຜູ້ອາຍຸສູງ ເຖິງ 3 ແສນ 4 ໝື່ນແຫ່ງ, ໃນນັ້ນ 3 ແສນ 1 ພັນແຫ່ງແມ່ນຕັ້ງຢູ່ເຂດຊຸມຊົນ.

Share this story on

Messenger Pinterest LinkedIn