ພາສາລາວ

ຈີນໄດ້ທົດລອງປ່ຽນຕຳແໜ່ງຂອງຍານອະວະກາດຕາມວົງໂຄຈອນດ້ວຍແຂນກົນຈັກຂອງສະຖານີອາວະກາດສຳເລັດຢ່າງຈົບງາມເປັນຄັ້ງທຳອິດ

cri2022-01-06 17:01:01
Share
Share this with Close
Messenger Pinterest LinkedIn

ເວລາ 6 ໂມງ 59 ນາທີຂອງວັນທີ 6 ມັງກອນນີ້ຕາມເວລາປັກກິ່ງ, ຜ່ານການປະຕິບັດງານເປັນເວລາປະມານ 47 ນາທີ, ການທົດລອງປ່ຽນຕຳແໜ່ງຂອງຍານອາວະກາດຂົນສົ່ງສິນຄ້າດ້ວຍແຂນກົນຈັກຂອງສະຖານີອາວະກາດໄດ້ປະສົບຜົນສຳເລັດຢ່າງຈົບງາມ,ນີ້ເປັນການທົດລອງປ່ຽນຕຳແໜ່ງຍານອະວະກາດຕາມວົງໂຄຈອນດ້ວຍແຂນກົນຈັກຂອງສະຖານີອາວະກາດສຳເລັດເປັນຄັ້ງທຳອິດຂອງຈີນ.

ຂ່າວແຈ້ງວ່າ: ແຂນກົນຈັກດັ່ງກ່າວຄົ້ນຄວ້າຜະລິດໂດຍສະຖາບັນທີ 5 ຂອງກຸ່ມບໍລິສັດວິທະຍາສາດເຕັກນິກການບິນອາວະກາດຂອງຈີນ,ແມ່ນລະບົບກົນຈັກປັນຍາປະດິດທາງອາວະກາດທີ່ສະຫຼັບສັບຊ້ອນທີ່ສຸດ,ມີຂະໜາດໃຫຍ່ທີ່ສຸດແລະມີລະດັບຄວາມລະອຽດຖີ່ຖ້ວນດ້ານການຄວບຄຸມສູງທີ່ສຸດໃນອຸປະກອນອາວະກາດປະເພດດຽວໃນປັດຈຸບັນ. ແຂນກົນຈັກມີຄວາມຍາວ 10,2 ແມັດ,ສາມາດຮັບນ້ຳໜັກໄດ້ຫຼາຍທີ່ສຸດ 25 ໂຕນ, ສາມາດເປັນໂຕສຳຮອງເພື່ອຊ່ວຍຫ້ອງທົດລອງເຄື່ອນທີ່ໄດ້,ທັງເປັນໂຕສຳຮອງຊ່ວຍພາລະກິດອອກນອກສະຖານີອະວະກາດຂອງນັກບິນອາວະກາດໄດ້.

12全文 2 下一页

Share this story on

Messenger Pinterest LinkedIn