ພາສາລາວ

ສະເໜີໂຕໂຄສົກຂອງຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງ

cri2022-01-06 17:06:34
Share
Share this with Close
Messenger Pinterest LinkedIn

ວັນທີ 5 ມັງກອນນີ້, ຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສະເໜີໂຕໂຄສົກຂອງຕົນແລະຈັດພິທີເປີດນຳໃຊ້ສູນສື່ມວນຊົນຕົ້ນຕໍເຊິ່ງໄດ້ຈັດຂຶ້ນຢູ່ຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງ. ທ່ານ ຈ້າວເວີ້ຍຕຸ່ງ ແລະ ທ່ານນາງ ຢຽນເຈ່ຍໂຢງ ແມ່ນໂຄສົກຂອງຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງທີ່ໄດ້ສະເໜີໂຕຕໍ່ສື່ມວນຊົນຢ່າງເປັນທາງການ. ເມື່ອຮອດເວລາແຂ່ງຂັນ, ໂຄສົກຂອງຄະນະກຳມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງຈະຮ່ວມກັບໂຄສົກຂອງຄະນະກຳມະການໂອລິມປິກສາກົນແລະໂຄສົກຂອງຄະນະກຳມະການໂອລິມປິກຄົນພິການສາກົນເປັນປະທານຖະແຫຼງຂ່າວກ່ຽວກັບງານກິລາໂອລິມປິກລະດູໜາວປັກກິ່ງແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ,ເພື່ອແຈ້ງສະພາບຫຼ້າສຸດກ່ຽວກັບການແຂ່ງຂັນແລະຕອບຄຳຖາມທີ່ສື່ມວນຊົນພາຍໃນແລະຕ່າງປະເທດໃຫ້ຄວາມສົນໃຈ.

Share this story on

Messenger Pinterest LinkedIn