ພາສາລາວ

ທ່ານ ສີຈິ້ນຜິງ ແລະທ່ານປະທານາທິບໍດີກຽກກິດສະຖານໄດ້ສົ່ງສານອວຍພອນໃຫ້ກັນແລະກັນເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 30 ປີ

cri2022-01-06 17:04:37
Share
Share this with Close
Messenger Pinterest LinkedIn

ວັນທີ 5 ມັງກອນນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນແລະທ່ານ ຊາດີ ນູໂກເຈວວິສ ຈາພາຣົຟ ປະທານາທິບໍດີກຽກກິດສະຖານໄດ້ສົ່ງສານອວຍພອນໃຫ້ກັນແລະກັນເພື່ອສະແດງຄວາມຊົມເຊີຍແລະອວຍພອນວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 30 ປີ.

ໃນສານອວຍພອນຂອງ ທ່ານ ສີຈິ້ນຜິງ ໄດ້ລະບຸວ່າ: ນັບແຕ່ໄດ້ສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດເປັນເວລາ 30 ປີຜ່ານມາ, ການພົວພັນລະຫວ່າງສອງຝ່າຍໄດ້ຮັບການພັດທະນາແບບກ້າວກະໂດດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໄດ້ກ້າວຂຶ້ນສູ່ລະດັບໃໝ່. ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ຂ້າພະເຈົ້າຍິນດີສືບຕໍ່ຕິດຕໍ່ພົວພັນກັບທ່ານປະທານາທິບໍດີຊາດີ ນູໂກໂຊວິສ ຈາພາຣົຟ ຢ່າງໃກ້ຊິດ, ຖືເອົາໂອກາດການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງຝ່າຍຄົບຮອບ 30 ປີເປັນຈຸດເລີ່ມຕົ້ນໃໝ່,ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ກ້າວຂຶ້ນສູ່ລະດັບໃໝ່ຕື່ມອີກ.

ທ່ານ ຊາດີ ນູໂກໂຊວິສ ຈາພາຣົຟ ກ່າວວ່າ: ລັດຖະບານຈີນໄດ້ໃຫ້ການສະໜັບສະໜູນອັນສຳຄັນແກ່ຝ່າຍກຽກກິດສະຖານໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ທ່ານຊາດີ ນູໂກໂຊວິສ ຈາພາຣົຟ ກ່າວວ່າປະເທດກຽກກິດສະຖານຍິນດີຮ່ວມກັບຝ່າຍຈີນລົງເລິກການພົວພັນລະຫວ່າງສອງປະເທດຕື່ມອີກ,ສຸມທຸກກຳລັງເພື່ອປັບປຸງແລະເປີດກວ້າງການຮ່ວມມືສອງຝ່າຍໃຫ້ດີກວ່າເກົ່າ.

Share this story on

Messenger Pinterest LinkedIn