ພາສາລາວ

ໃນປີ 2021 ຕຳຫຼວດສັນຕິບານໄດ້ສືບສວນຄະດີລະເມີດຂໍ້ມູນສ່ວນຕົວຂອງພົນລະເມືອງແລະຄະດີອິນເຕີເນັດ 62 ພັນຄະດີ

cri2022-01-06 15:56:42
Share
Share this with Close
Messenger Pinterest LinkedIn

ຕາມຂ່າວCRI: ນັກຂ່າວໄດ້ຮັບຊາບຈາກກະຊວງປ້ອງກັນຄວາມສະຫງົບຈີນວ່າ: ໃນປີ 2021, ຕຳຫຼວດສັນຕິບານທົ່ວປະເທດຈີນໄດ້ລົງເລິກການຊຸກຍູ້ການເຄື່ອນໄຫວສະເພາະ “ລ້າງເຄືອຂ່າຍອິນເຕີເນັດໃຫ້ສະອາດ ”, ສຸມໃສ່ອາຊະຍະກຳທາງອິນເຕີເນັດແລະປະກົດການຫຍໍ້ທໍ້ທາງອິນເຕີເນັດທີ່ພົ້ນເດັ່ນເຊິ່ງໄດ້ຮັບຄວາມສົນໃຈຈາກປະຊາຊົນ, ໄດ້ສືບສວນຄະດີ 62 ພັນຄະດີ, ໄດ້ຈັບຕົວຜູ້ຕ້ອງຫາ 103 ພັນໝື່ນຄົນ, ໄດ້ປັບໄໝວິສາຫະກິດອິນເຕີເນັດແລະໜ່ວຍງານທີ່ຜິດກົດໝາຍທັງໝົດ 27 ພັນໝື່ນກວ່າແຫ່ງ.

ໃນປີທີ່ຜ່ານມານີ້, ຕຳຫຼວດສັນຕິບານໄດ້ສືບສວນຄະດີລະເມີດຂໍ້ມູນສ່ວນຕົວຂອງພົນລະເມືອງ, ນັກໂຈລະກຳແລະຄະດີທີ່ສຳຄັນອື່ນໆທັງໝົດ 18 ພັນກວ່າຄະດີ, ໄດ້ທັບມ້າງກຸ່ມອາຊະຍາກຳ 6000 ກວ່າກຸ່ມ, ສືບສວນແລະຈັບຕົວຜູ້ຕອ້ງຫາ 3000 ກວ່າຄົນ, ໄດ້ຈັບຕົວບຸກຄົນຢູ່ໃນຂະແໜງການ 680 ກວ່າຄົນ.

Share this story on

Messenger Pinterest LinkedIn