ພາສາລາວ

ຈີນແລະປະເທດອາຊີກາງໄດ້ກາຍເປັນແບບຢ່າງໃນການສ້າງຕັ້ງສາຍພົວພັນສາກົນແບບໃໝ່

cri2022-01-05 11:36:21
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 4 ມັງກອນນີ້, ມີນັກຂ່າວຖາມວ່າ: ໃນຕົ້ນເດືອນມັງກອນນີ້, ຈີນກັບ 5 ປະເທດອາຊີກາງຈະສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 30 ປີ, ນີ້ແມ່ນເຫດການໃຫຍ່ທີ່ມີຄວາມໝາຍແລະເປັນສັນຍາລັກໃນປະຫວັດການພົວພັນລະຫວ່າງຈີນກັບປະເທດອາຊີກາງ, ຂໍຖາມວ່າກະຊວງການຕ່າງປະເທດຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ແຕ່ວັນທີ 2 ຫາວັນທີ 6 ມັງກອນປີນີ້ແມ່ນວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນກັບ 5 ປະເທດອາຊີກາງຄົບຮອບ 30 ປີ. ຕະຫຼອດໄລຍະ 30 ປີທີ່ຜ່ານມາ, ການຮ່ວມມືລະຫວ່າງສອງຝ່າຍໄດ້ຮັບຜົນສຳເລັດທີ່ມີລັກສະນະປະຫວັດສາດ ເປັນຂີດໝາຍ ແລະເປັນແບບບຸກທະລຸໃນຂົງເຂດຕ່າງໆ ເຊິ່ງໄດ້ກາຍເປັນແບບຢ່າງໃນການສ້າງຕັ້ງສາຍພົວພັນສາກົນແບບໃໝ່, ທັງເປັນການປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານວ່າງເວີນປີ່ນຍັງກ່າວຕື່ມວ່າ: ເມື່ອຢືນຢູ່ຈຸດເລີ່ມຕົ້ນໃໝ່ຂອງປະຫວັດສາດ, ຈີນຍິນດີຮ່ວມກັບບັນດາປະເທດອາຊີກາງ, ສືບຕໍ່ລົງເລິກຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງແລະຂະຫຍາຍການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງຮອບດ້ານ, ຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ມີລະດັບສູງຂຶ້ນຕື່ມອີກ ແລະກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

Share this story on

Messenger Pinterest LinkedIn