ພາສາລາວ

ທ່ານ ຫວາງຢີ້ ຈະຢ້ຽມຢາມອາຟຣິກາໃນໂອກາດເລີ່ມຕົ້ນປີໃໝ່ນີ້

cri2022-01-04 17:02:00
Share
Share this with Close
Messenger Pinterest LinkedIn

ວັນທີ 4 ຫາວັນທີ 7 ມັງກອນນີ້, ທ່ານ ຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະຢ້ຽມຢາມ 3 ປະເທດໃນທະວີບອາຟຣິກາຄື: ອີຣີເຕຣຍ,ເຄນຢາແລະໂກມໍຣັດຕາມການເຊື້ອເຊີນ, ຫຼັງຈາກນັ້ນຍັງຈະຢ້ຽມຢາມປະເທດມານດິຟແລະສີລັງກາຕາມການເຊື້ອເຊີນ. ການຢ້ຽມຢາມຄັ້ງນີ້ເປັນການສືບທອດມູນເຊື້ອທີ່ລັດຖະມົນຕີກະຊວງການຕ່າງປະເທດຈີນຢ້ຽມຢາມທະວີບອາຟຣິກາທຸກທຸກຕົ້ນປີເປັນເວລາ 32 ປີຜ່ານມາແລ້ວ.

ທ່ານ ສູ້ຈີ້ງຮູ ຜູ້ຕາງໜ້າພິເສດດ້ານວຽກງານອາຟຣິກາຂອງລັດຖະບານຈີນກ່າວວ່າ: ການຢ້ຽມຢາມຄັ້ງນີ້,ໜຶ່ງກໍ່ແມ່ນເພື່ອເລັ່ງຊຸກຍູ້ຄວາມສາມາດເຂົ້າເຖິງແລະການນຳໃຊ້ວັກຊີນໂຄວິດ-19 ຢູ່ອາຟຣິກາ,ຊຸກຍູ້ການຈັດຕັ້ງປະຕິບັດຄຳໝັ້ນສັນຍາທີ່ຈິງໃຈຂອງຈີນທີ່ລະບຸໄວ້ໃນກອງປະຊຸມລະດັບລັດຖະມົນຕີຄັ້ງທີ 8 ຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາວ່າຝ່າຍຈີນຈະໃຫ້ການຊ່ວຍເຫຼືອວັກຊີນໂຄວິດ-19 ອີກ 1 ຕື້ຫຼອດໃຫ້ກັບອາຟຣິກາ,ເພື່ອຊ່ວຍອາຟຣິກາບັນລຸເປົ້າໝາຍຂອງຕົນໃນການສັກວັກຊີນໂຄວິດ-19 ໃຫ້ກວມປະຊາກອນ 60% ໃນປີ 2022 ທີ່ຜ່ານການຮັບຮອງຈາກສະຫະພາບອາຟຣິກາ. ອັນທີສອງກໍ່ແມ່ນທ່ານຫວາງຢີ້ ຈະລົງເລິກແລກປ່ຽນມາດຕະການໃໝ່ກັບປະເທດເຫຼົ່ານີ້ກ່ຽວກັບການຮ່ວມມືທີ່ແທ້ຈິງລະຫວ່າງຈີນ-ອາຟຣິກາ,ຮັບຟັງຄວາມຄິດເຫັນແລະຂໍ້ສະເໜີຂອງເຂົາເຈົ້າ,ຊຸກຍູ້ “9 ໂຄງການ” ແລະໝາກຜົນຂອງກອງປະຊຸມອື່ນໆໃຫ້ສາມາດປະສົບຜົນສຳເລັດໃນໄລຍະເບື້ອງຕົ້ນໄດ້ໂດຍໄວ,ເພີ່ມພະລັງແຮງທີ່ເຂັ້ມແຂງອັນໃໝ່ເຂົ້າໃນການຜ່ານຜ່າຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະບັນລຸການຟື້ນຟູເສດຖະກິດຄືນໃໝ່ຢູ່ອາຟຣິກາ.

Share this story on

Messenger Pinterest LinkedIn