ພາສາລາວ

ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນ ເພື່ອຄົ້ນຄວ້າວິເຄາະກ່ຽວກັບວຽກງານເສດຖະກິດປີ 2022

cri2021-12-07 14:15:35
Share
Share this with Close
Messenger Pinterest LinkedIn

ກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມໃນວັນທີ 6 ທັນວານີ້ ເພື່ອຄົ້ນຄວ້າວິເຄາະກ່ຽວກັບວຽກງານເສດຖະກິດປີ 2022, ຮັບຟັງບົດລາຍງານວຽກງານຂອງຄະນະກຳມະການກວດກາວິໄນສູນກາງພັກ ແລະ ຄະນະກຳມະການຕິດຕາມກວດກາແຫ່ງລັດຈີນ, ຄົ້ນຄວ້າແລະຈັດຕັ້ງປະຕິບັດວຽກງານກ່ຽວກັບການສ້າງແບບແຜນຂອງພັກທີ່ປອດໃສໄຮ້ມົນທິນ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ; ຄົ້ນຄວ້າພິຈາລະນາ “ກົດລະບຽບວ່າດ້ວຍວຽກງານຂອງຄະນະກຳມະການກວດກາວິໄນຂອງພັກກອມມູນິດຈີນ”. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ເປັນປະທານກອງປະຊຸມ.

ກອງປະຊຸມໄດ້ຮຽກຮ້ອງໃຫ້ຮັກສາລະດັບການເຕີບໂຕທາງດ້ານເສດຖະກິດໃນປີໜ້າໃຫ້ໄດ້ດີ, ຕ້ອງຈັດຕັ້ງປະຕິບັດທັດສະນະກ່ຽວກັບການພັດທະນາໃໝ່ຢ່າງຄົບຖ້ວນ, ແມ່ນຢຳ ແລະ ຮອບດ້ານ, ເລັ່ງສ້າງສະພາບການພັດທະນາໃໝ່, ລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກຢ່າງຮອບດ້ານ, ຍຶດໝັ້ນການຂັບເຄືື່ອນການພັດທະນາດ້ວຍການປະດິດສ້າງໃໝ່, ຊຸກຍູ້ການພັດທະນາທີີ່ມີຄຸນນະພາບສູງ, ຍຶດໝັ້ນການເນັ້ນໃສ່ການປະຕິຮູບໂຄງປະກອບດ້ານການສະໜອງເປັນຫຼັກ, ພິຈາລະນາການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ກັບການພັດທະນາເສດຖະກິດສັງຄົມ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ, ສຸມໃສ່ຮັກສາຄວາມໝັ້ນຄົງຂອງເສດຖະກິດມະຫາພາກ, ຮັກສາໃຫ້ເສດຖະກິດພັດທະນາຢູ່ໃນລະດັບທີ່ສົມເຫດສົມຜົນ, ປົກປັກຮັກສາສະຖຽນລະພາບທາງສັງຄົມ.

ກອງປະຊຸມຍັງຊີ້ອອກວ່າ: ຕ້ອງຈັດຕັ້ງປະຕິບັດວຽກງານປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງໜັກແໜ້ນ ແລະ ຖືກຕ້ອງຕາມຫຼັກວິທະຍາສາດ, ສຸມໃສ່ການກະກຽມຈັດງານກິລາໂອລິມປິກລະດູໜາວປັກກິ່ງແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ, ຮັບປະກັນໃຫ້ການຈັດງານກິລາໂອລິມປິກເປັນແບບປະຢັດມັດທະຍັດ, ປອດໄພ ແລະ ດີເດັ່ນ.

Share with:

2021-12-07 14:15:35 CRI

ທ່ານສີຈິ້ນຜິງເປັນປະທານຈັດກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນ ເພື່ອຄົ້ນຄວ້າວິເຄາະກ່ຽວກັບວຽກງານເສດຖະກິດປີ 2022

Share this story on

Messenger Pinterest LinkedIn