ພາສາລາວ

ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສຕໍ່ພິທີໄຂ “ເວທີປຶກສາຫາລືສາກົນສົງຕູ 2021” ໂດຍຜ່ານຮູບແບບວິດີໂອ

cri2021-12-06 15:23:25
Share
Share this with Close
Messenger Pinterest LinkedIn

ວັນທີ 5 ທັນວານີ້, ຢູ່ນະຄອນຫຼວງປັກກິ່ງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຕໍ່ພິທີໄຂ “ເວທີປຶກສາຫາລືສາກົນສົງຕູ 2021” ໂດຍຜ່ານຮູບແບບວິດີໂອ.

ທ່ານສີຈິ້ນຜິງກ່າວວ່າ: ພວກເຮົາຄວນຍຶດໝັ້ນການເປີດປະຕູສູ່ພາຍນອກ ແລະ ມີຄວາມໂອບເອື້ອອາລີ, ປຶກສາຫາລືແລະຮ່ວມມືກັນ, ຍຶດໝັ້ນ ແລະ ປົກປັກຮັກສາລັດທິຫຼາຍຝ່າຍ, ຕັ້ງໜ້າຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານສີຈິ້ງຜິງກ່າວຕື່ມວ່າ: ພວກເຮົາຄວນຮ່ວມແຮງຮ່ວມໃຈກັນ, ຈັດຕັ້ງປະຕິບັດຕາມລັດທິຫຼາຍຝ່າຍຢ່າງແທ້ຈິງ. ທາດແທ້ຂອງລັດທິຫຼາຍຝ່າຍກໍແມ່ນວຽກງານສາກົນທີ່ໃຫ້ປະເທດຕ່າງປຶກສາຫາລືຮ່ວມກັນເພື່ອຊອກຫາວິທີແກ້ໄຂ, ອະນາຄົດແລະຊາຕາກຳຂອງໂລກຄວນໃຫ້ປະເທດຕ່າງໆຕົກລົງຮ່ວມກັນ.

ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ພວກເຮົາຄວນກ້າວໄປທັນກັບຍຸກສະໄໝ, ປັບປຸງລະບົບການບໍລິຫານທົ່ວໂລກໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ. ຍຶດໝັ້ນທິດທາງລວມໃນການພົວພັນສາກົນທີ່ຫັນເປັນແບບປະຊາທິປະໄຕ, ເພີ່ມທະວີການເປັນຕົວແທນ ແລະ ການມີສິດປະກອບຄວາມເຫັນຂອງປະເທດພວມພັດທະນາໃນວຽກງານສາກົນ, ພະຍາຍາມຊຸກຍູ້ລະບົບບໍລິຫານທົ່ວໂລກໃຫ້ກ້າວໄປສູ່ທິດທາງທີ່ຍຸດຕິທຳແລະສົມເຫດສົມຜົນກວ່າເກົ່າ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ພວກເຮົາຄວນສຸມໃສ່ການເຄື່ອນໄຫວ, ຈັດຕັ້ງປະຕິບັດວາລະການຮ່ວມມືທົ່ວໂລກ. ຄວນຍຶດໝັ້ນການຖືເອົາວຽກງານດ້ານການພັດທະນາເປັນວຽກງານບູລິມະສິດ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ຂົງເຂດຫຼຸດຜ່ອນຄວາມທຸກຍາກ, ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການສະໜອງວັກຊິນ, ການລະດົມທຶນເພື່ອການພັດທະນາ, ການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວ ແລະ ການເຊື່ອມໂຍງເຊື່ອມຈອດກັນ ເພື່ອຊຸກຍູ້ການພັດທະນາທົ່ວໂລກໃຫ້ກ້າວໄປສູ່ໄລຍະໃໝ່ທີ່ມີຄວາມດຸນດ່ຽງກັນ, ປະສານສົມທົບກັນ ແລະ ເຕີບໂຕແບບກວມລວມ.

Share with:

2021-12-06 15:23:25 CRI

ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສຕໍ່ພິທີໄຂ “ເວທີປຶກສາຫາລືສາກົນສົງຕູ 2021” ໂດຍຜ່ານຮູບແບບວິດີໂອ

Share this story on

Messenger Pinterest LinkedIn