ພາສາລາວ

ເວທີປຶກສາຫາລືສາກົນວ່າດ້ວຍ“ປະຊາທິປະໄຕ:ຄຸນຄ່າຮ່ວມຂອງມວນມະນຸດ”ຈັດຂຶ້ນຢູ່ປັກກິ່ງ

cri2021-12-05 14:50:18
Share
Share this with Close
Messenger Pinterest LinkedIn

ວັນທີ4ທັນວານີ້ ເວທີປຶກສາຫາລືສາກົນວ່າດ້ວຍ“ປະຊາທິປະໄຕ:ຄຸນຄ່າຮ່ວມຂອງມວນມະນຸດ”ໄດ້ຈັດຂຶ້ນຢູ່ປັກກິ່ງ ໂດຍມີທ່ານຮວງຄຸ່ນມິງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນເຂົ້າຮ່ວມແລະກ່າວປາຖະກະຖາ.

ທ່ານຮວງຄຸ່ນມິງກ່າວວ່າ: ປະຊາທິປະໄຕແມ່ນຄຸນຄ່າຮ່ວມຂອງມວນມະນຸດ,ແມ່ນສັນຍະລັກສຳຄັນຂອງການພັດທະນາແລະຄວາມກ້າວໜ້າດ້ານຄວາມສີວິໄລຂອງມວນມະນຸດ.ໃນຮອບ100ປີຜ່ານມາ,ພັກກອມມູນິດຈີນໄດ້ນຳພາປະຊາຊົນສະແຫວງຫາປະຊາທິປະໄຕ,ພັດທະນາປະຊາທິປະໄຕ ແລະບັນລຸປະຊາທິປະໄຕໂດຍບໍ່ປ່ຽນແປງອຸດົມການຈັກເທື່ອ,ເສັ້ນທາງປະຊາທິປະໄຕຂອງຈີນນັບມື້ນັບກວ້າງຂວາງ,ປະຊາຊົນເປັນເຈົ້າຂອງປະເທດຊາດ ແມ່ນທາດແທ້ແລະເນື້ອໃນໃຈກາງຂອງປະຊາທິປະໄຕຂອງຈີນ.

ທ່ານຮວງຄຸ່ນມິງກ່າວເນັ້ນໜັກວ່າ: ປະຊາທິປະໄຕບໍ່ມີຮູບແບບໃດໜຶ່ງທີ່ໃຊ້ໄດ້ທົ່ວໄປ, ບັນດາປະເທດຄວນເຄົາລົບເຊິ່ງກັນແລະກັນ, ສະແຫວງຫາສິ່ງທີ່ຄືກັນແຕ່ສະຫງວນສິ່ງທີ່ຕ່າງກັນ, ແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ຊຸກຍູ້ຄວາມສາມັກຄີກັນຫາກບໍ່ແມ່ນສ້າງການແບ່ງແຍກກັນ,ຊຸກຍູ້ການຮ່ວມມືກັນຫາກບໍ່ແມ່ນກໍ່ການເປັນປໍລະປັກກັນ,ເພີ່ມຄວາມສຸກໃຫ້ປະຊາຊົນຫາກບໍ່ແມ່ນສ້າງຄວາມປັ່ນປ່ວນວຸ້ນວາຍໃຫ້ສັງຄົມ. ພັກກອມມູນິດຈີນແລະປະຊາຊົນຈີນຍິນດີຮ່ວມກັບປະຊາຊົນທົ່ວໂລກ,ສົ່ງເສີມຄຸນຄ່າຮ່ວມຂອງມວນມະນຸດ,ຊຸກຍູ້ກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ,ປະກອບສ່ວນຍິ່ງໃຫຍ່ກວ່າເກົ່າໃຫ້ແກ່ການພັດທະນາແລະຄວາມກ້າວໜ້າດ້ານຄວາມສີວິລະຂອງມວນມະນຸດ.

ແຂກ500ກວ່າທ່ານທີ່ມາຈາກ120ກວ່າປະເທດແລະເຂດແຄວ້ນ ແລະ20ກວ່າອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມເວທີປຶກສາຫາລືຄັ້ງນີ້ຜ່ານທາງອອນລາຍແລະອອຟລາຍ.

Share with:

2021-12-05 14:50:18 cri

ເວທີປຶກສາຫາລືສາກົນວ່າດ້ວຍ“ປະຊາທິປະໄຕ:ຄຸນຄ່າຮ່ວມຂອງມວນມະນຸດ”ຈັດຂຶ້ນຢູ່ປັກກິ່ງ

Share this story on

Messenger Pinterest LinkedIn