ພາສາລາວ

ກະຊວງການຕ່າງປະເທດຈີນເຜີຍແຜ່ບົດລາຍງານກ່ຽວກັບສະພາບປະຊາທິປະໄຕໃນອາເມຣິກາ

cri2021-12-05 14:31:04
Share
Share this with Close
Messenger Pinterest LinkedIn

ວັນທີ 5 ທັນວານີ້, ເວັບໄຊກະຊວງການຕ່າງປະເທດຈີນໄດ້ເຜີຍແຜ່ບົດລາຍງານກ່ຽວກັບສະພາບປະຊາທິປະໄຕໃນອາເມຣິກາ, ໂດຍໄດ້ຍົກຕົວຢ່າງເລື່ອງຈິງ, ຕົວເລກ ແລະຄວາມເຫັນຂອງອົງການທີ່ກ່ຽວຂ້ອງ, ບຸກຄົນ ແລະຜູ້ຊ່ຽວຊານຈາກບັນດາປະເທດ, ສະຫລຸບຂໍ້ບົກຜ່ອງຂອງລະບອບປະຊາທິປະໄຕຂອງອາເມຣິກາ, ສະທ້ອນໃຫ້ເຫັນເຖິງສະພາບວຸ້ນວາຍດ້ານການຈັດຕັ້ງປະຕິບັດປະຊາທິປະໄຕພາຍໃນອາເມຣິກາ ທັງໄດ້ວິໄຈຜົນຮ້າຍຈາກການເຜີຍແຜ່ແນວຄິດປະຊາທິປະໄຕຕໍ່ຕ່າງປະເທດຂອງອາເມຣິກາ.

ບົດລາຍງານລະບຸວ່າ: ອາເມຣິກາໃນປັດຈຸບັນນີ້, ສຳລັບພາຍໃນປະເທດຂອງຕົນແລ້ວ,ຄວນຮັບປະກັນສິດ ແລະຜົນປະໂຫຍດດ້ານປະຊາທິປະໄຕຂອງປະຊາຊົນຢ່າງແທ້ຈິງ ແລະປັບປຸງລະບອບປະຊາທິປະໄຕຂອງຕົນໃຫ້ສົມບູນກວ່າເກົ່າ. ສຳລັບຕໍ່ຕ່າງປະເທດແລ້ວ, ຄວນແບກຫາບໜ້າທີ່ຄວາມຮັບຜິດຊອບສາກົນຫລາຍກວ່າເກົ່າ, ສະໜອງຜະລິດຕະພັນສາທາລະນະຫລາຍກວ່າເກົ່າ, ຫາກບໍ່ແມ່ນບັງຄັບໃຫ້ປະເທດອື່ນຮັບເອົາແນວຄິດປະຊາທິປະໄຕຂອງຕົນ ແລະຖືເອົາປະຊາທິປະໄຕເປັນຂໍ້ອ້າງເພື່ອດຳເນີນການເຄື່ອນໄຫວທີ່ແຊກແຊງ, ໂຄ່ນລົ້ມແລະຮຸກຮານ.

ບົດລາຍງານລະບຸຕື່ມວ່າ: ປັດຈຸບັນ, ປະຊາຄົມໂລກພວມຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກອັນຂ້ຽວຂາດ, ເຊັ່ນ: ການແຜ່ລະບາດຂອງພະຍາດໂຄວິດ-19, ຈັງຫວະການເຕີບໂຕຂອງເສດຖະກິດຊັກຊ້າລົງ, ວິກິດການດ້ານການປ່ຽນແປງຂອງດິນຟ້າອາກາດ ແລະອື່ນໆ. ບັນດາປະເທດຄວນປະຖິ້ມຄວາມຂັດແຍ່ງກັນດ້ານລະບອບທີ່ຕ່າງກັນ, ເພື່ອປະຕິບັດລັດທິຫລາຍຝ່າຍອັນແທ້ຈິງ, ເຄົາລົບນັບຖືເຊິ່ງກັນ ແລະກັນ, ສະແຫວງຫາສິ່ງທີ່ຄືກັນ ແລະສະຫງວນສິ່ງທີ່ຕ່າງກັນ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

Share with:

2021-12-05 14:31:04 cri

ກະຊວງການຕ່າງປະເທດຈີນເຜີຍແຜ່ບົດລາຍງານກ່ຽວກັບສະພາບປະຊາທິປະໄຕໃນອາເມຣິກາ

Share this story on

Messenger Pinterest LinkedIn