ພາສາລາວ

ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນເປີດເຜີຍປຶ້ມປົກຂາວວ່າດ້ວຍປະຊາທິປະໄຕຂອງຈີນ

cri2021-12-04 12:40:39
Share
Share this with Close
Messenger Pinterest LinkedIn

ວັນທີ 4 ທັນວານີ້, ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ເປີດເຜີຍປຶ້ມປົກຂາວວ່າດ້ວຍປະຊາທິປະໄຕຂອງຈີນ ພ້ອມທັງໄດ້ຈັດກອງປະຊຸມຖະແຫຼງຂ່າວ ແລະໃຫ້ຜູ້ຮັບຜິດຊອບທີ່ກ່ຽວຂ້ອງແນະນຳກ່ຽວກັບປຶ້ມປົກຂາວດັ່ງກ່າວ.

ປຶ້ມປົກຂາວດັ່ງກ່າວ ເປັນເອກະສານທີ່ສຳຄັນທີ່ໄດ້ແນະນຳແນວຄິດຄ່ານິຍົມ, ລະບົບລະບອບ, ພຶດຕິກຳ ແລະຜົນສຳເລັດໃນດ້ານປະຊາທິປະໄຕຂອງຈີນ.

ປຶ້ມປົກຂາວໄດ້ລະບຸວ່າ: ປະຊາທິປະໄຕເປັນຄ່ານິຍົມຮ່ວມຂອງມວນມະນຸດທັງໝົດ, ເປັນແນວຄິດສຳຄັນທີ່ພັກກອມມູນິດຈີນ ແລະປະຊາຊົນຈີນໄດ້ຍຶດໝັ້ນມາໂດຍຕະຫຼອດ. ປະຊາທິປະໄຕຂອງຈີນເປັນປະຊາທິປະໄຕຂອງປະຊາຊົນ, ປະຊາຊົນເປັນເຈົ້າຂອງປະເທດ ຄືທາດແທ້ ແລະແກນກາງຂອງປະຊາທິປະໄຕຂອງຈີນ.

ປຶ້ມປົກຂາວໄດ້ລະບຸຕື່ມວ່າ: ການທີ່ຕີລາຄາວ່າ ລະບອບການເມືອງຂອງປະເທດໃດໜຶ່ງແມ່ນມີປະຊາທິປະໄຕ ແລະມີປະສິດທິຜົນຫຼືບໍ, ຕົ້ນຕໍຕ້ອງສັງເກດເບິ່ງວ່າການນຳຂອງປະເທດນັ້ນສາມາດຜັນປ່ຽນກັນຕາມກົດໝາຍຢ່າງເປັນລະບຽບໄດ້ຫຼືບໍ, ປະຊາຊົນທຸກຖ້ວນໜ້າສາມາດເຂົ້າຮ່ວມການບໍລິຫານວຽກງານທາງລັດ, ທາງສັງຄົມ ແລະທາງດ້ານວັດທະນະທຳໄດ້ຫຼືບໍ, ປະຊາຊົນສາມາດສະແດງການຮ້ອງຂໍດ້ານຜົນປະໂຫຍດຂອງຕົນຢ່າງສະດວກໄດ້ຫຼືບໍ, ຝ່າຍຕ່າງໆຂອງສັງຄົມສາມາດເຂົ້າຮ່ວມຊີວິດການເມືອງຂອງປະເທດຢ່າງມີປະສິດທິຜົນໄດ້ຫຼືບໍ, ການວາງນະໂຍບາຍຕ່າງໆຂອງປະເທດແມ່ນອີງຕາມຫຼັກວິທະຍາສາດ ແລະມີປະຊາທິປະໄຕຫຼືບໍ, ບຸກຄະລາກອນຂອງວົງການຕ່າງໆສາມາດເຂົ້າໃນລະບົບການນຳ ແລະການບໍລິຫານຂອງປະເທດ ໂດຍຜ່ານການແຂ່ງຂັນຢ່າງຍຸຕິທຳໄດ້ຫຼືບໍ, ພັກກຳອຳນາດຈະນຳພາວຽກງານລັດໂດຍອີງຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະກົດໝາຍກົດລະບຽບຕ່າງໆໄດ້ຫຼືບໍ, ການໃຊ້ສິດຈະຮັບການຄວບຄຸມ ແລະການຕິດຕາມກວດກາໄດ້ຫຼືບໍ.

ປຶ້ມປົກຂາວຍັງຊີ້ອອກວ່າ: ປະຊາທິປະໄຕເປັນສິດທິຂອງປະຊາຊົນປະເທດຕ່່າງໆ, ຫາກບໍ່ແມ່ນສິດທິສະເພາະແຕ່ປະຊາຊົນປະເທດສ່ວນໃດໜຶ່ງເທົ່ານັ້ນ. ປະເທດໃດໜຶ່ງແມ່ນປະເທດປະຊາທິປະໄຕຫຼືບໍ, ຄວນຕັດສິນໂດຍປະຊາຊົນຂອງປະເທດນັ້ນ, ຫາກບໍ່ແມ່ນຕັດສິນໂດຍກຸ່ມຄົນໃດໜຶ່ງຂອງພາຍນອກດ້ວຍການຊີ້ໄມ້ຊີ້ມື.

Share with:

2021-12-04 12:40:39 cri

Share this story on

Messenger Pinterest LinkedIn