ພາສາລາວ

ກະຊວງການຕ່າງປະເທດຈີນຕຳໜິອັນທີ່ເອີ້ນວ່າ “ປະຊາທິປະໄຕແບບອາເມຣິກາ”

cri2021-12-03 19:30:59
Share
Share this with Close
Messenger Pinterest LinkedIn

ວັນທີ 3 ທັນວານີ້, ຢູ່ກອງປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດຈີນ, ມີນັກຂ່າວໄດ້ຖາມທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນວ່າ: ວັນທີ 1 ທັນວານີ້, ໂຮງຮຽນຈອນ ເອຟ ເຄັນນາດີຂອງມະຫາວິທະຍາໄລຮາເວີດໄດ້ປະກາດຜົນການຢັ່ງຫາງສຽງໃນກຸ່ມຄົນອາຍຸແຕ່ 18-29 ປີສະບັບໜຶ່ງໂດຍສະແດງໃຫ້ເຫັນວ່າ: ຊາວໜຸ່ມ 52%ເຫັນວ່າປະຊາທິປະໄຕຂອງອາເມຣິກາໄດ້ປະລາໄຊ ຫລືຕົກຢູ່ໃນສະພາບຫຍຸ້ງຍາກ, ຊາວໜຸ່ມພຽງແຕ່ 7%ເຫັນວ່າອາເມຣິກາເປັນປະເທດປະຊາທິປະໄຕທີ່ປອດໃສ. ພາກສ່ວນທີ່ເຮັດການຢັ່ງຫາງສຽງກ່າວວ່າ: ຊາວໜຸ່ມອາເມຣິກາພວມຕີລະຄັງຕັກເຕືອນ, ຝ່າຍຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້.

ທ່ານຈ້າວລີ້ຈ່ຽນກ່າວວ່າ: ພວກເຮົາໄດ້ຕິດຕາມການລາຍງານຂ່າວທີ່ກ່ຽວຂ້ອງແລ້ວ. ການຢັ່ງຫາງສຽງທີ່ກ່ຽວຂ້ອງໃນກ່ອນໜ້ານີ້ໄດ້ສະແດງໃຫ້ເຫັນວ່າ: ປະຊາຊົນທົ່ວໂລກ 44% ເຫັນວ່າອາເມຣິກາເປັນໄພຂົ່ມຂູ່ອັນໃຫຍ່ຫລວງຕໍ່ກັບປະຊາທິປະໄຕຂອງໂລກ, ປະຊາຊົນອາເມຣິກາ 81%ເຫັນວ່າປະຊາທິປະໄຕຂອງອາເມຣິກາໄດ້ຜະເຊີນກັບໄພຂົ່ມຂູ່ອັນໜັກໜ່ວງຈາກພາຍໃນປະເທດຕົນ, ເຊິ່ງເປັນການສະທ້ອນໃຫ້ເຫັນອີກຄັ້ງໜຶ່ງວ່າ: ປະຊາທິປະໄຕຂອງອາເມຣິກາທີ່ປະຊາຊົນບໍ່ສັດທານັ້ນກໍນັ້ນເໝືອນດັ່ງນ້ຳທີ່ບໍ່ມີແຫລ່ງກຳເນີດ, ຕົ້ນໄມ້ທີ່ບໍ່ມີຮາກແລ້ວ. ປະຊາທິປະໄຕແບບອາເມຣິກາແມ່ນລະຄອນທີ່ຫລອກລວງປະຊາຊົນພາຍໃນປະເທດຕົນ, ເປັນເຄື່ອງມືໃນການເຜີຍແຜ່ນະໂຍບາຍລັດທິເຈົ້າອຳນາດສູ່ຕ່າງປະເທດ. ເຫດການຄວາມຮຸນແຮງຢູ່ລັດຖະສະພາອາເມຣິກາໄດ້ເຮັດໃຫ້ຕຳນານປະຊາທິປະໄຕແບບອາເມຣິກາພັງທະລາຍ, ການຜະເຊີນກັບຄວາມຫລົ້ມເຫລວຢູ່ອັຟການີສະຖານໄດ້ສະທ້ອນໃຫ້ເຫັນອີກຄັ້ງໜຶ່ງວ່າ: ການບັງຄັບໃຫ້ປະເທດອື່ນຍອມຮັບປະຊາທິປະໄຕແບບອາເມຣິກາແມ່ນບໍ່ໄດ້ຜົນຫຍັງເລີຍ.

Share with:

2021-12-03 19:30:59 cri

Share this story on

Messenger Pinterest LinkedIn