ພາສາລາວ

ທ່ານສີຈິ້ນຜິງສົ່ງສານອວຍພອນເຖິງວັນສ້າງຕັ້ງພາລະກິດກະຈາຍສຽງຕໍ່ຕ່າງປະເທດຂອງປະຊາຊົນຈີນຄົບຮອບ 80 ປີ

cri2021-12-03 19:41:15
Share
Share this with Close
Messenger Pinterest LinkedIn

ເນື່ອງໃນໂອກາດວັນສ້າງຕັ້ງພາລະກິດກະຈາຍສຽງຕໍ່ຕ່າງປະເທດຂອງປະຊາຊົນຈີນຄົບຮອບ 80 ປີ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ສົ່ງສານອວຍພອນເພື່ອສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ບັນດາສະຫາຍຂອງສະຖານີວິທະຍຸໂທລະພາບສູນກາງຈີນ, ທັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນຈິງໃຈເຖິງເພື່ອນມິດສາກົນ ທີ່ໄດ້ສະໜັບສະໜູນພາລະກິດກະຈາຍສຽງຕໍ່ຕ່າງປະເທດຂອງປະຊາຊົນຈີນ.

ໃນສານອວຍພອນຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຕະຫລອດໄລຍະ 80 ປີມານີ້, ພາຍໃຕ້ການນຳພາຂອງພັກ, ພາລະກິດກະຈາຍສຽງຕໍ່ຕ່າງປະເທດໄດ້ຜັນຂະຫຍາຍມູນເຊື້ອອັນດີງາມ, ບໍ່ລືມອຸດົມການ ແລະພາລະໜ້າທີ່ແຕ່ຫົວທີ, ເຜີຍແຜ່ຈຸດຢືນຂອງພັກ, ໂຄສະນາການພັດທະນາຂອງຈີນຢ່າງຮອບດ້ານ, ຕັ້ງໜ້າເລົ່າເລື່ອງລາວກ່ຽວກັບຈີນໄດ້ດີ, ເຜີຍແຜ່ສຽງຂອງຈີນໄດ້ດີ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຫວັງວ່າພວກທ່ານຈະສືບຕໍ່ບຸກເບີກ ແລະປະດິດສ້າງໃໝ່ຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການສ້າງຄວາມສາມາດດ້ານການເຜີຍແຜ່ຂ່າວສານສູ່ສາກົນ, ສ້າຕົນເອງໃຫ້ເປັນສື່ມວນຊົນຫລັກແຖ້ວໜ້າແບບໃໝ່ຂອງສາກົນທີ່ມີຄວາມສາມາດນຳພາ, ມີຄວາມສາມາດເພື່ອໂຄສະນາເຜີຍແຜ່ ແລະບົດບາດອິດທິພົນຂອງຈີນຢ່າງເຂັ້ມແຂງ, ປະກອບສ່ວນອັນໃໝ່ຫລາຍກວ່າເກົ່າເຂົ້າໃນການບັນລຸຄວາມໄຝ່ຝັນຂອງຈີນທີ່ຈະຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນ ແລະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

Share with:

2021-12-03 19:41:15 cri

ທ່ານສີຈິ້ນຜິງສົ່ງສານອວຍພອນເຖິງວັນສ້າງຕັ້ງພາລະກິດກະຈາຍສຽງຕໍ່ຕ່າງປະເທດຂອງປະຊາຊົນຈີນຄົບຮອບ 80 ປີ

Share this story on

Messenger Pinterest LinkedIn