ພາສາລາວ

ກອງປະຊຸມເວທີປຶກສາຫາລືການຄ້າການລົງທຶນ “ໜຶ່ງແລວໜຶ່ງເສັ້ນທາງ” ປີ 2021 ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ສປ ຈີນ

cri2021-12-03 17:53:31
Share
Share this with Close
Messenger Pinterest LinkedIn

ກອງປະຊຸມເວທີປຶກສາຫາລືການຄ້າການລົງທຶນ “ໜຶ່ງແລວໜຶ່ງເສັ້ນທາງ” ປີ 2021 ໄດ້ຈັດຂຶ້ນໃນວັນທີ 2 ທັນວານີ້ຢູ່ນະຄອນຫລວງປັກກິ່ງ ສປ ຈີນ, ໂດຍມີຫົວຂໍ້ “ຮ່ວມກັນຊຸກຍູ້, ເປີດກວ້າງການຮ່ວມມື, ຮ່ວມກັນຊີ້ນຳນຳພາ, ຟື້ນຟູເສດຖະກິດ”, ເຈົ້າໜ້າທີ່ພາກລັດ, ຜູ້ຕາງໜ້າສະພາການຄ້າ, ນັກລົງທຶນທີ່ມີຊື່ສຽງ ແລະຜູ້ຕາງໜ້າອົງການຈັດຕັ້ງສາກົນທັງໝົດ 600 ກວ່າທ່ານທີ່ມາຈາກ 77 ປະເທດໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວຜ່ານທາງອອນລາຍ ແລະອອຟລາຍ. ເອກອັກຄະລັດຖະທູດອາກຊັງຕີນປະຈຳຈີນກ່າວວ່າ: ອາກຊັງຕີນປາຖະໜາຈະເຂົ້າຮ່ວມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງເປັນທາງການໃນປີໜ້າ. ບຸກຄົນແລະນັກວິຊາການໃນວົງການການເມືອງ ແລະການຄ້າກໍໄດ້ກ່າວວ່າ: ຫວັງໃຫ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເສີມຂະຫຍາຍບົດບາດຫລາຍກວ່າເກົ່າໃນຂົງເຂດເສດຖະກິດດີຈີຕອນ ແລະສຸຂະພາບເປັນຕົ້ນ.

ທ່ານປີເຕີ ມີໂຮກ ປະທານກິດຕິມະສັກຂອງສະຖາບັນຮ່ວມສະພາການຄ້າໂລກ ແລະສະພາການຄ້າສາກົນໄດ້ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫລວງຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ທັງໄດ້ກ່າວວ່າຈະສືບຕໍ່ສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຂົ້າສູ່ລວງເລິກ.

ປັດຈຸບັນ, ພະຍາດໂຄວິດ-19ຍັງສືບຕໍ່ແຜ່ລະບາດຢູ່. ໃນເວລາແລກປ່ຽນຄວາມເຫັນໃນກອງປະຊຸມຜ່ານວິດີໂອ, ທ່ານຫລີຕ້າວຄູຍ ຫົວໜ້າສະຖາບັນຄົ້ນຄວ້າແນວຄິດ ແລະພຶດຕິກຳດ້ານເສດຖະກິດຈີນຂອງມະຫາວິທະຍາໄລຊີ່ນຮວາ ສປ ຈີນກ່າວວ່າ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ສາມາດຊ່ວຍທົ່ວໂລກຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19ໄດ້ຢ່າງບັງເກີດຜົນ, ບັນດາປະເທດຄວນຍຶດໝັ້ນໂລກາພິວັດ, ເພີ່ມທະວີການຮ່ວມມືດ້ານຄວາມສາມາດໃນການຜະລິດ, ຮ່ວມກັນຮັບມືກັບບັນຫາຕ່າງໆທີ່ເກີດຂຶ້ນໃນໄລຍະພະຍາດໂຄວິດ-19ແຜ່ລະບາດ, ເຊັ່ນ: ໜີ້ສິນເພີ່ມຂຶ້ນ, ການປັບປຸງຕ່ອງໂສ້ອຸດສາຫະກຳທົ່ວໂລກ, ພັດທະນາຕາມທິດສີຂຽວ ແລະກາກບອນຕ່ຳ ແລະອື່ນໆ. ສາມັກຄີກັນຊຸກຍູ້ການພັດທະນາເສດຖະກິດໂລກພາຍຫລັງພະຍາດໂຄວິດ-19ສິ້ນສຸດລົງ.

Share with:

2021-12-03 17:53:31 cri

ກອງປະຊຸມເວທີປຶກສາຫາລືການຄ້າການລົງທຶນ “ໜຶ່ງແລວໜຶ່ງເສັ້ນທາງ” ປີ 2021 ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ສປ ຈີນ

Share this story on

Messenger Pinterest LinkedIn