ພາສາລາວ

ທ່ານສີຈິ້ນຜິງກ່າວຄຳປາໄສໃນພິທີເປີດກອງປະຊຸມສາກົນ “ເຂົ້າໃຈປະເທດຈີນ”ປະຈຳປີ 2021 ຜ່ານທາງວີດີໂອ

cri2021-12-03 11:01:36
Share
Share this with Close
Messenger Pinterest LinkedIn

ວັນທີ 2 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສໃນພິທີເປີດກອງປະຊຸມສາກົນ “ເຂົ້າໃຈປະເທດຈີນ”(ກວາງໂຈ່)ປະຈຳປີ 2021 ຜ່ານທາງວີດີໂອຢູ່ທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງກ່າວວ່າ, ໃນປະຈຸບັນ, ໂລກພວມປະເຊີນກັບການປ່ຽນແປງອັນໃຫຍ່ຫຼວງທີ່ບໍ່ເຄີຍມີມາໃນຮອບຮ້ອຍປີ ແລະການແຜ່ລະບາດຂອງພະຍາດໂຄວິດ-19ໃນທົ່ວໂລກໄດ້ສ້າງຜົນກະທົບຢ່າງສະຫຼັບສັບຊ້ອນ, ໂລກໄດ້ກ້າວເຂົ້າສູ່ໄລຍະທີ່ມີຄວາມວຸ້ນວາຍ ແລະ ມີການປ່ຽນແປງໃໝ່. ໃນສະພາບການແບບນີ້, ພວກເຮົາຍິ່ງມີຄວາມຈຳເປັນຕ້ອງເພີ່ມທະວີການແລກປ່ຽນຄວາມຄິດເຫັນກັນ, ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືກັນ, ປະກອບສ່ວນສະຕິປັນຍາ ແລະ ກຳລັງແຮງເພື່ອຮັບມືກັບສິ່ງທ້າທາຍຂອງໂລກ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ : “ຖ້າຢາກເຂົ້າໃຈປະເທດຈີນໃນປະຈຸບັນນີ້, ຈຳເປັນຕ້ອງເຂົ້າໃຈພັກກອມມູນິດຈີນ”. ປີນີ້ແມ່ນປີທີ່ພັກກອມມູນິດຈີນສ້າງຕັ້ງຂຶ້ນຄົບຮອບ 100 ປີ. ຕະຫຼອດໄລຍະ 100 ປີທີ່ຜ່ານມາ, ພັກກອມມູນິດຈີນໄດ້ເຕົ້າໂຮມຄວາມສາມັກຄີ ແລະ ນຳພາປະຊາຊົນຈີນບຸກບືນສູ້ຊົນຢ່າງບໍ່ລົດລະ, ໄດ້ປ່ຽນແປງອະນາຄົດ ແລະ ຊາຕາກຳ ຂອງປະຊາຊົນຈີນຢ່າງເຖິງຖອງ, ທັງໄດ້ສົ່ງຜົນສະທ້ອນອັນເລິກເຊິ່ງຕໍ່ວິວັດທະນາການປະຫວັດສາດຂອງໂລກ. ພັກກອມມູນິດຈີນຈະຍຶດໝັ້ນການຖືເອົາປະຊາຊົນໄວ້ຢູ່ຖານະສູງສຸດ, ຍຶດໝັ້ນຈຸດປະສົງພື້ນຖານທີ່ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ, ປະຕິບັດຕາມແນວຄິດການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ, ສົ່ງເສີມການພັດທະນາປະຊາຊົນຢ່າງຮອບດ້ານ ແລະ ສ້າງຄວາມຮັ່ງມີຮ່ວມກັນໃຫ້ກັບປະຊາຊົນທັງປວງຢ່າງບໍ່ຢຸດຢັ້ງ, ຕອບສະໜອງກັບຄວາມມຸ່ງມາດປາຖະໜາຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ອັນດີງາມໃຫ້ໄດ້ດີກວ່າເກົ່າ. ພັກກອມມູນິດຈີນຈະຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ຍຶດໝັ້ນການເປີດປະຕູສູ່ພາຍນອກ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ເຊີດຊູຄ່ານິຍົມຮ່ວມຂອງມວນມະນຸດ ຄື: ສັນຕິພາບ, ການພັດທະນາ, ຄວາມຍຸດຕິທຳ, ຄວາມເປັນທຳ, ປະຊາທິປະໄຕ, ແລະເສລີພາບ, ເປັນຜູ້ສ້າງສັນຕິພາບຂອງໂລກ, ຜູ້ປະກອບສ່ວນໃນການພັດທະນາໂລກ, ແລະຜູ້ປົກປັກຮັກສາລະບຽບການສາກົນຢ່າງສະເໝີຕົ້ນສະເໝີປາຍ, ພະຍາຍາມປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເພື່ອຄວາມກ້າວໜ້າດ້ານຄວາມສິວິໄລຂອງມວນມະນຸດ, ສັນຕິພາບ ແລະ ການພັດທະນາຂອງໂລກ.

Share with:

2021-12-03 11:01:36 CRI

ທ່ານສີຈິ້ນຜິງກ່າວຄຳປາໄສໃນພິທີເປີດກອງປະຊຸມສາກົນ “ເຂົ້າໃຈປະເທດຈີນ”ປະຈຳປີ 2021 ຜ່ານທາງວີດີໂອ

Share this story on

Messenger Pinterest LinkedIn