ພາສາລາວ

ຈີນກ່າວວ່າ: ເຈດຕະນາໃດໆທີ່ຍຸແຍ່ເພື່ອຫວັງທຳລາຍການພົວພັນຈີນ-ຣັດເຊຍລ້ວນແຕ່ບໍ່ໄດ້ຜົນທັງນັ້ນ

cri2021-12-02 15:40:46
Share
Share this with Close
Messenger Pinterest LinkedIn

ວັນທີ 1 ທັນວານີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫລງຂ່າວປະຈຳວ່າ: ການປະສານງານຍຸດທະສາດລະດັບສູງຈີນ-ຣັດເຊຍແມ່ນການຮັບປະກັນການປົກປັກຮັກສາສັນຕິພາບ ແລະສະຖຽນລະພາບຂອງໂລກຢ່າງເຂັ້ມແຂງ, ຈະບໍ່ມີການປ່ຽນແປງຍ້ອນຜົນກະທົບຈາກ ພາຍນອກ.

ຕາມຂ່າວລາຍງານວ່າ: ທ່ານ ວາລະດີເມຍ ປູຕີນ ປະທານາທິບໍດີຣັດເຊຍໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການລົງທຶນສາກົນໃນຫົວຂໍ້ “ການຮຽກຮ້ອງຂອງຣັດເຊຍ” ໃນຫວ່າງມໍ່ໆມານີ້ໂດຍກ່າວວ່າ: ອາເມຣິກາ ແລະປະເທດຕາເວັນຕົກມັກຂູ່ຣັດເຊຍດ້ວຍຄຳເວົ້າທີ່ວ່າ “ຈີນເປັນໄພຂົ່ມຂູ່”, ແຕ່ຣັດເຊຍຈະບໍ່ຫລົງເລກົນແບບນັ້ນ. ຣັດເຊຍຈະບໍ່ຄືກັບປະເທດສ່ວນໜຶ່ງໃນທະວີບເອີຣົບທີ່ຫລຸດການຮ່ວມມືກັບຈີນໃຫ້ໜ້ອຍລົງຕາມຍ້ອນຄວາມເວົ້າຂອງອາເມຣິກາ.

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ, ທ່ານຫວ່າງເວີນປິ່ນກ່າວວ່າ: ຈີນໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມເຫັນຂອງປະທານາທິບໍດີວາລະດີເມຍ ປູຕີນຢ່າງສູງ. ເຈດຕະນາໃດໆທີ່ຍຸແຍ່ເພື່ອຫວັງທຳລາຍການພົວພັນຈີນ-ຣັດເຊຍລ້ວນແຕ່ ບໍ່ໄດ້ຜົນທັງນັ້ນ, ບໍ່ວ່າເປັນຄຳເວົ້າທີ່ວ່າ “ຈີນເປັນໄພຂົ່ມຂູ່” ຫລື “ຣັດເຊຍເປັນໄພຂົ່ມຂູ່”ກໍຕາມ, ລ້ວນແຕ່ເປັນຂໍ້ອ້າງທີ່ສ້າງຂຶ້ນໂດຍອາເມຣິກາເທົ່ານັ້ນເພື່ອປົກປັກຮັກສາຖານະເຈົ້າອຳນາດຂອງຕົນ ແລະຕ້ານກັບສະແສຫັນເປັນຫລາຍຂົ້ວຄວາມຫລາກຫລາຍຂອງໂລກ. ການປະສານງານຍຸດທະສາດລະດັບສູງຈີນ-ຣັດເຊຍແມ່ນການຮັບປະກັນການປົກປັກຮັກສາສັນຕິພາບ ແລະສະຖຽນລະພາບຂອງໂລກຢ່າງເຂັ້ມແຂງ, ຈະບໍ່ມີການປ່ຽນແປງຍ້ອນຜົນກະທົບຈາກພາຍນອກ. ຝ່າຍທີ່ຕ້ອງມີການປ່ຽນແປງອັນແທ້ຈິງນັ້ນແມ່ນອາເມຣິກາ, ຖ້າວ່າອາເມຣິກາບໍ່ປະຖິ້ມແນວຄິດສົງຄາມເຢັນ ແລະແນວຄິດເຈົ້າອຳນາດ, ກໍຈະຖືເອົາປະເທດຕ່າງໆເປັນໄພຂົ່ມຂູ່ທັງໝົດ.

Share with:

2021-12-02 15:40:46 cri

ຈີນກ່າວວ່າ: ເຈດຕະນາໃດໆທີ່ຍຸແຍ່ເພື່ອຫວັງທຳລາຍການພົວພັນຈີນ-ຣັດເຊຍລ້ວນແຕ່ບໍ່ໄດ້ຜົນທັງນັ້ນ

Share this story on

Messenger Pinterest LinkedIn