ພາສາລາວ

ນາຍົກລັດຖະມົນຕີຈີນສົ່ງໂທລະເລກຊົມເຊີຍໃຫ້ນາຍົກລັດຖະມົນຕີລາວເນື່ອງໃນໂອກາດທີ່ສປປລາວສະຖາປະນາຂຶ້ນຄົບຮອບ 46 ປີ

cri2021-12-02 11:09:12
Share
Share this with Close
Messenger Pinterest LinkedIn

ໃນວັນທີ 2 ທັນວາ 2021, ທ່ານຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນໄດ້ສົ່ງໂທລະເລກຊົມເຊີຍໃຫ້ ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະຖາປະນາຂຶ້ນ ຄົບຮອບ 46 ປີ.

ເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະຖາປະນາຂຶ້ນ ຄົບຮອບ 46 ປີ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງອົບອຸ່ນມາຍັງສະຫາຍ. ປີນີ້, ປະເທດລາວ ມີການພັດທະນາທາງດ້ານເສດຖະກິດສັງຄົມຢ່າງຕໍ່ເນື່ອງ, ຖານະບົດບາດໃນເວທີສາກົນນັບມື້ນັບສູງຂຶ້ນ. ເນື່ອງໃນເວລາປະເທດຈີນ ກັບ ປະເທດລາວ ສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ, ສາຍພົວພັນມິດຕະພາບ ຈີນ-ລາວ ໄດ້ລົງເລິກຢ່າງບໍ່ຢຸດຢັ້ງ, ການຮ່ວມມືທີ່ເປັນຮູບປະທຳໃນຂົງເຂດຕ່າງໆ ມີຄວາມຄືບໜ້າຢ່າງໝັນທ່ຽງ, ເຊິ່ງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາ ຊົນສອງຊາດ. ຝ່າຍຈີນ ຍິນດີຮ່ວມກັນກັບຝ່າຍລາວ, ຮັກສາການປຶກສາຫາລືທາງດ້ານຍຸດທະສາດ, ເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການປະສານງານໃນວຽກງານຫລາຍຝ່າຍ ເພື່ອຊຸກຍູ້ໃຫ້ສາຍພົວພັນຈີນ-ລາວ ມີການພັດທະນາຢ່າງແຕກດອກອອກຜົນຍິ່ງໆຂຶ້ນ ແລະ ຮ່ວມກັນເປີດສັງກາດໃໝ່ ແຫ່ງມິດຕະພາບ ຈີນ-ລາວ.

ຂໍອວຍພອນປະເທດລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນຢູ່ເຢັນເປັນສຸກ.

ຂໍອວຍພອນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ຈີນ-ລາວ ຈົ່ງມີການພັດທະ ນາ ແລະ ປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ.

Share with:

2021-12-02 11:09:12 CRI

ນາຍົກລັດຖະມົນຕີຈີນສົ່ງໂທລະເລກຊົມເຊີຍໃຫ້ນາຍົກລັດຖະມົນຕີລາວເນື່ອງໃນໂອກາດທີ່ສປປລາວສະຖາປະນາຂຶ້ນຄົບຮອບ 46 ປີ

Share this story on

Messenger Pinterest LinkedIn