ພາສາລາວ

ທ່ານນາງ ເຜີງລີ້ຢວນຝາກຄວາມຫວັງໄວ້ກັບນັກຮຽນຂອງໂຮງຮຽນແຖບຜ້າແດງນະຄອນຫລິນເຝີນແຂວງຊ່ານຊີ່ ສປ ຈີນ

cri2021-12-01 18:05:45
Share
Share this with Close
Messenger Pinterest LinkedIn

ເນື່ອງໃນໂອກາດ “ວັນເອດໂລກ” ຄັ້ງທີ 34 ທີ່ຈະມາເຖິງນີ້, ກິດຈະກຳໃນຫົວຂໍ້ “ວັນເອດໂລກ” ປີ2021 ແລະກິດຈະກຳສະເຫລີມສະຫລອງການສ້າງຕັ້ງໂຮງຮຽນແຖບຜ້າແດງນະຄອນຫລິນເຝີນແຂວງຊ່ານຊີ່ ສປ ຈີນຄົບຮອບ 10 ປີໄດ້ຈັດຂຶ້ນຢ່າງຈົບງາມ.

ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທູດສັນຖະວະໄມຕີເພື່ອປ້ອງກັນ ແລະປິ່ນປົວວັນນະໂລກ ແລະພະຍາດເອດຂອງອົງການອະນາໄມໂລກໄດ້ຝາກຄວາມຫວັງໄວ້ກັບນັກຮຽນຂອງໂຮງຮຽນແຖບຜ້າແດງນະຄອນຫລິນເຝີນເນື່ອງໃນໂອກາດຈັດກິດຈະກຳດັ່ງກ່າວຜ່ານທາງວິດີໂອ, ໂດຍທ່ານໄດ້ຫວນຄືນປະສົບການທີ່ອົບອຸ່ນເວລາຢູ່ກັບຄູສອນ ແລະນັກຮຽນໃນໄລຍະເວລາ 10 ປີທີ່ຜ່ານມາ, ໄດ້ຊ່ວຍປຸກລະດົມນັກຮຽນທັງຫລາຍຖອດຖອນບົດຮຽນຄວາມເປັນແບບຢ່າງຜູ້ຢູ່ໃກ້ໂຕ, ສືບທອດ ແລະສືບຕໍ່ມອບຄວາມຮັກ, ມອບ ນ້ຳໃຈແຫ່ງຄວາມຮັກ ແລະເຕີບໃຫຍ່ຢາງມີຄວາມສຸກ.

ກິດຈະກຳໃນຫົວຂໍ້ “ວັນເອດໂລກ” ປີ2021ໄດ້ຖືເອົາໂຮງຮຽນແຖບຜ້າແດງເປັນແບບຢ່າງ, ສົມທົບກັບເລື່ອງຈິງຕ່າງໆ ເຊັ່ນ: ການຕ້ານກັບເຊື້ອພະຍາດ ແລະປິ່ນປົວໂດຍບໍ່ເສຍຄ່າ, ການຕັດວົງຈອນການຕິດແປດລະຫວ່າງແມ່ສູ່ເດັກ ,ການຕ້ານກັບພະຍາດເອດໃນເຂດສຳຄັນ ແລະອື່ນໆ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມຄືບໜ້າອັນຕັ້ງໜ້າດ້ານການປ້ອງກັນ ແລະປິ່ນປົວພະຍາດເອດຂອງປະເທດຈີນ, ທັງໄດ້ສະທ້ອນໃຫ້ເຫັນວ່າພັກ ແລະລັດຖະບານໄດ້ໃຫ້ຄວາມສຳຄັນຕໍ່ຜູ້ຕິດພະຍາດເອດ ແລະເດັກນ້ອຍທີ່ໄດ້ຮັບກະທົບຈາກພະຍາດເອດ, ໂດຍໄດ້ຮຽກຮ້ອງໃຫ້ທົ່ວສັງຄົມຮ່ວມໃຈກັນ ແລະເຕົ້າໂຮມກຳເລັງແຮງເພື່ອໃຫ້ພະຍາດເອດສິ້ນສຸດລົງ, ຮ່ວມກັນປະກອບສ່ວນເພື່ອເລັ່ງຊຸກຍູ້ການສ້າງປະເທດຈີນທີ່ມີສຸຂະພາບເຂັ້ມແຂງ.

Share with:

2021-12-01 18:05:45 cri

ທ່ານນາງ ເຜີງລີ້ຢວນຝາກຄວາມຫວັງໄວ້ກັບນັກຮຽນຂອງໂຮງຮຽນແຖບຜ້າແດງນະຄອນຫລິນເຝີນແຂວງຊ່ານຊີ່ ສປ ຈີນ

Share this story on

Messenger Pinterest LinkedIn