ພາສາລາວ

ຈີນຍິນດີຮ່ວມກັບຝ່າຍຕ່າງໆສືບຕໍ່ການແລກປ່ຽນ ແລະການປະສານງານກັນກ່ຽວກັບການເຊັນສົນທິສັນຍາວ່າດ້ວຍການຮັບມືກັບພະຍາດຕິດແປດປະເພດຮ້າຍແຮງ

cri2021-12-01 13:57:05
Share
Share this with Close
Messenger Pinterest LinkedIn

ວັນທີ 30 ພະຈິກແລ້ວນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນຍິນດີຮ່ວມກັບຝ່າຍຕ່າງໆສືບຕໍ່ການແລກປ່ຽນ ແລະການປະສານງານກັນກ່ຽວກັບການເຊັນສົນທິສັນຍາວ່າດ້ວຍການຮັບມືກັບພະຍາດຕິດແປດປະເພດຮ້າຍແຮງ.

ຕາມຂ່າວແຈ້ງວ່າ, ສະມັດຊາອະນາໄມໂລກ ຫຼື WHA ຈະຈັດກອງປະຊຸມໃນໄວໆນີ້, ອາດຈະຮັບຮອງສົນທິສັນຍາທີ່ມີຜົນການບັງຄັບໃຊ້ ເພື່ອຊ່ວຍເຫຼືອອົງການອະນາໄມໂລກຮັບມືກັບການແຜ່ລະບາດຂອງພະຍາດໄດ້ດີກວ່າເກົ່າ. ກ່ຽວກັບເລື່ອງນີ້,ທ່ານຈ້າວລີ້ຈ່ຽນກ່າວວ່າ, ຈີນໄດ້ສຸມຄວາມພະຍາຍາມໃນການປ້ອງກັນ ແລະ ຮັບມືກັບພະຍາດຕິດແປດປະເພດຮ້າຍແຮງມາໂດຍຕະຫຼອດ, ແລະມີທ່າທີເປີດກວ້າງຄວາມພະຍາຍາມ ແລະ ມາດຕະການທຸກຢ່າງທີ່ມີຜົນດີຕໍ່ການເພີ່ມທະວີຄວາມສາມັກຄີ ແລະ ການປະສານງານກັນເພື່ອຮັບມືກັບພະຍາດຕິດແປດປະເພດຮ້າຍແຮງໃນອະນາຄົດ.

ທ່ານກ່າວຕື່ມວ່າ: “ພວກເຮົາຍິນດີຮ່ວມກັບຝ່າຍຕ່າງໆສືບຕໍ່ການແລກປ່ຽນ ແລະການປະສານງານກັນກ່ຽວກັບການເຊັນສົນທິສັນຍາວ່າດ້ວຍການຮັບມືກັບພະຍາດຕິດແປດປະເພດຮ້າຍແຮງ, ຫວັງວ່າວຽກງານທີ່ກ່ຽວຂ້ອງຈະດຳເນີນໄປພາຍໃຕ້ຂອບອົງການສະຫະປະຊາຊາດ ແລະ ອົງການອະນາໄມໂລກ, ຮັບປະກັນການເຂົ້າຮ່ວມຢ່າງກວາງຂວາງຂອງປະເທດສະມາຊິກອັນໄພສານ. ພ້ອມທັງຕ້ອງຫຼີກລ່ຽງບໍ່ໃຫ້ກາຍເປັນບັນຫາການເມືອງ, ແລະສ້າງຄວາມເສື່ອມເສຍຊື່ສຽງໃຫ້ກັບປະເທດອື່ນ ແລະ ກາຍເປັນເຄື່ອງມືຂອງບາງປະເທດ.”

Share with:

2021-12-01 13:57:05 CRI

ຈີນຍິນດີຮ່ວມກັບຝ່າຍຕ່າງໆສືບຕໍ່ການແລກປ່ຽນ ແລະການປະສານງານກັນກ່ຽວກັບການເຊັນສົນທິສັນຍາວ່າດ້ວຍການຮັບມືກັບພະຍາດຕິດແປດປະເພດຮ້າຍແຮງ

Share this story on

Messenger Pinterest LinkedIn