ພາສາລາວ

ບົດລາຍງານທີ່ກ່ຽວຂ້ອງຂອງກອງທັບອາເມຣິກາໄດ້ເປີດເຜີຍເຈດຕະນາອັນແທ້ຈິງທີ່ຢາກປິດລ້ອມ ແລະສະກັດກັ້ນປະເທດຈີນ

cri2021-12-01 14:04:46
Share
Share this with Close
Messenger Pinterest LinkedIn

ຕາມຂ່າວແຈ້ງວ່າ, ຫວ່າງກ່ອນນີ້ບໍ່ດົນ, ກະຊວງປ້ອງກັນປະເທດອາເມຣິກາໄດ້ເຜີຍແຜ່ບົດລາຍງານໂດຍກ່າວວ່າ ອາເມຣິກາມີແຜນຈະເສີມສ້າງຖານທັບຂອງອາເມຣິກາປະຈຳເກາະກວມ ແລະ ອົສຕຼາລີ ເພື່ອປ້ອງກັນປະເທດຈີນ. ກ່ຽວກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 30 ພະຈິກແລ້ວນີ້ວ່າ, ບົດລາຍງານທີ່ກ່ຽວຂ້ອງຂອງກອງທັບອາເມຣິກາໄດ້ເປີດເຜີຍເຈດຕະນາອັນແທ້ຈິງທີ່ອາເມຣິກາຢາກຂະຫຍາຍອິດທິພົນທາງການທະຫານຢູ່ພາກພື້ນອິນໂດປາຊີຟິກ, ເພື່ອປິດລ້ອມສະກັດກັ້ນປະເທດຈີນຢ່າງສຸດຄວາມສາມາດ.

ທ່ານຈ້າວລີ້ຈ່ຽນກ່າວວ່າ, ຈີນເດັດດ່ຽວຄັດຄ້ານອາເມຣິກາຈັດເອົາຖ້ອຍຄຳທີ່ວ່າ “ຈີນເປັນໄພຂົ່ມຂູ່” ເປັນຂໍ້ອ້າງໃນການເພີ່ມຄ່າໃຊ້ຈ່າຍທາງການທະຫານ, ຂະຫຍາຍອິດທິພົນທາງການທະຫານ, ແລະ ຮັກສາຖານະເຈົ້າອຳນາດທາງການທະຫານ. ອາເມຣິກາຄວນປະຖິມແນວຄິດສົງຄາມເຢັນທີ່ສ້າງສັດຕູໃນຮູບແບບຈຳລອງ, ຢຸດຕິຖ້ອຍຄຳ ແລະ ການກະທຳທີ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງສາກົນ.

ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ “ຈີນພັດທະນາກຳລັງປ້ອງກັນປະເທດຂອງຕົນ, ກໍແມ່ນຄວາມຈຳເປັນໃນການປົກປັກຮັກສາອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງຕົນ, ທັງແມ່ນຄວາມຈຳເປັນເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງສາກົນ ກໍຄືຂອງພາກພື້ນ. ນີ້ມີຄວາມແຕກຕ່າງກັນດ້ານທາດແທ້ກັບອາເມຣິກາທີ່ອວດອ້າງກຳລັງອາວຸດຢ່າງບັງອາດໃນທົ່ວໂລກ, ສະແຫວງຫາຖານະເຈົ້າອຳນາດ ຂົ່ມເຫັງ ແລະບັງຄັບປະເທດອື່ນ, ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ.”

Share with:

2021-12-01 14:04:46 CRI

ບົດລາຍງານທີ່ກ່ຽວຂ້ອງຂອງກອງທັບອາເມຣິກາໄດ້ເປີດເຜີຍເຈດຕະນາອັນແທ້ຈິງທີ່ຢາກປິດລ້ອມ ແລະສະກັດກັ້ນປະເທດຈີນ

Share this story on

Messenger Pinterest LinkedIn