ພາສາລາວ

ຈີນເຜີຍແຜ່ປື້ມປົກຂາວ “ການຮ່ວມມືຈີນ-ອາຟຣິກາໃນຍຸກໃໝ່”

cri2021-11-26 11:20:20
Share
Share this with Close
Messenger Pinterest LinkedIn

ວັນທີ 26 ພະຈິກນີ້, ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ເຜີຍແຜ່ປື້ມປົກຂາວ “ການຮ່ວມມືຈີນ-ອາຟຣິກາໃນຍຸກໃໝ່”.

ປື້ມປົກຂາວລວມມີ 4 ພາກສ່ວນ,ຕ່າງກໍ່ແມ່ນ:ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາທີ່ແໜ້ນແຟ້ນກວ່າເກົ່າ,ເປີດກວ້າງການຮ່ວມມືລະຫວ່າງຈີນ-ອາຟຣິກາໃນຂົງເຂດຕ່າງໆໃນຍຸກໃໝ່ຢ່າງບໍ່ຢຸດຢັ້ງ,ເພີ່ມທະວີການສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວໜຽວແໜ້ນກວ່າເກົ່າ,ບຸກເບີກເນື້ອໃນການຮ່ວມມືໃໝ່ໃຫ້ກັບການພົວພັນຈີນ-ອາຟຣິກາ.

ປື້ມປົກຂາວໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ການພົວພັນລະຫວ່າງຈີນ-ອາຟຣິກາໄດ້ຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ,ໝາກຜົນການຮ່ວມມືລະຫວ່າງຈີນ-ອາຟຣິກາໄດ້ຂະຫຍາຍຕົວໄປທົ່ວແຜ່ນດິນອາຟຣິກາ,ໄດ້ປັບປຸງເງື່ອນໄຂດ້ານການພັດທະນາເສດຖະກິດສັງຄົມຂອງອາຟຣິກາໃຫ້ດີຂຶ້ນ,ແລະໄດ້ນຳເອົາຜົນປະໂຫຍດທີ່ແທ້ຈິງມາໃຫ້ແກ່ປະຊາຊົນສອງຝ່າຍ.

ປື້ມປົກຂາວກ່າວວ່າ: ສອງຝ່າຍຈະລົງເລິກການສ້າງມິດຕະພາບອັນເປັນມູນເຊື້ອຢ່າງເດັດດ່ຽວໜຽວແໜ້ນ,ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງເດັດດ່ຽວໜຽວແໜ້ນ,ປົກປັກຮັກສາຜົນປະໂຫຍດຮ່ວມກັນຢ່າງເດັດດ່ຽວໜຽວແໜ້ນ,ສືບຕໍ່ເສີມຂະຫຍາຍບົດບາດການນຳໜ້າຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ,ຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ກ້າວເຂົ້າສູ່ລວງເລິກຢ່າງແທ້ຈິງ,ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ອາຟຣິກາໃຫ້ພັດທະນາແລະກ້າວຂຶ້ນສູ່ລະດັບທີ່ສູງກວ່າເກົ່າແລະຂົງເຂດທີ່ກວ້າງຂວາງກວ່າເກົ່າຢ່າງບໍ່ຢຸດຢັ້ງ,ຮ່ວມກັນສ້າງອະນາຄົດທີ່ສວຍງາມກວ່າເກົ່າໃຫ້ແກ່ການຮ່ວມມືຈີນ-ອາຟຣິກາ.

Share with:

2021-11-26 11:20:20 cri

ຈີນເຜີຍແຜ່ປື້ມປົກຂາວ “ການຮ່ວມມືຈີນ-ອາຟຣິກາໃນຍຸກໃໝ່”

Share this story on

Messenger Pinterest LinkedIn