ພາສາລາວ

ຈີນຈະຕໍ່ວ່າທັກທ້ວງອາເມຣິກາຢ່າງເຄັ່ງຂຶມກ່ຽວກັບວິສາຫະກິດຈີນ 12 ແຫ່ງຖືກອາເມຣິກາຈັດເຂົ້າໃນ “ບັນຊີລາຍຊື່ນິຕິບຸກຄົນ”ທີ່ຈະຂວ້ຳບາດ

cri2021-11-26 11:14:33
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມຖະແຫຼງຂ່າວທີ່ກະຊວງການຄ້າຈີນຈັດຂຶ້ນໃນວັນທີ 25 ພະຈິກນີ້, ມີສື່ມວນຊົນຖາມວ່າ: ວັນທີ 24 ພະຈິກນີ້ຕາມເວລາທ້ອງຖິ່ນ, ກະຊວງການຄ້າອາເມຣິກາໄດ້ປະກາດວ່າ: ວິສາຫະກິດຈີນ 12 ແຫ່ງໄດ້ຖືກຈັດເຂົ້າໃນ “ບັນຊີລາຍຊື່ນິຕິບຸກຄົນ” ທີ່ບໍ່ສອດຄ່ອງກັບຜົນປະໂຫຍດຄວາມໝັ້ນຄົງແຫ່ງຊາດຫຼືນະໂຍບາຍການຕ່າງປະເທດຂອງອາເມຣິກາ. ກະຊວງການຄ້າຈີນມີຄຳຕອບແນວໃດຕໍ່ເລື່ອງນີ້?

ທ່ານ ຊູ້ຢູ້ຖີງ ໂຄສົກກະຊວງການຄ້າຈີນກ່າວວ່າ: ກະຊວງການຄ້າອາເມຣິກາຂຶ້ນບັນຊີລາຍຊື່ການຂວ້ຳບາດສະບັບໃໝ່ເຊິ່ງບໍ່ສອດຄ່ອງກັບຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງປະມຸກລັດຂອງສອງປະເທດຈີນ-ອາເມຣິກາ,ບໍ່ມີຜົນດີຕໍ່ທັງສອງປະເທດ,ບໍ່ມີຜົນດີຕໍ່ຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງແລະຕ່ອງໂສ້ອຸດສາຫະກຳຂອງໂລກແລະການຟື້ນຟູເສດຖະກິດໂລກຄືນໃໝ່. ອາເມຣິກາສວຍໃຊ້ທັດສະນະຄວາມໝັ້ນຄົງແຫ່ງຊາດຢ່າງຊະຊາຍ,ວາງມາດຕະການຂວ້ຳບາດຕາມລຳພັງໃຈ,ຂາດຫຼັກຖານອ້າງອີງຕາມຄວາມເປັນຈິງຢ່າງໜັກໜ່ວງ,ລະບຽບການມີຄວາມບໍ່ໂປ່ງໃສທີ່ສຸດ,ຈີນໄດ້ກ່າວປະທ້ວງຢ່າງຮຸນແຮງແລະຈະຕໍ່ວ່າທັກທ້ວງອາເມຣິກາຢ່າງເຄັ່ງຂຶມ.

Share with:

2021-11-26 11:14:33 cri

ຈີນຈະຕໍ່ວ່າທັກທ້ວງອາເມຣິກາຢ່າງເຄັ່ງຂຶມກ່ຽວກັບວິສາຫະກິດຈີນ 12 ແຫ່ງຖືກອາເມຣິກາຈັດເຂົ້າໃນ “ບັນຊີລາຍຊື່ນິຕິບຸກຄົນ”ທີ່ຈະຂວ້ຳບາດ

Share this story on

Messenger Pinterest LinkedIn