ພາສາລາວ

ການສົ່ງຕໍ່ທວນໄຟງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຈະຈັດຂຶ້ນແຕ່ວັນທີ 2 ຫາ 4 ມີນາປີໜ້າ

cri2021-11-25 11:30:16
Share
Share this with Close
Messenger Pinterest LinkedIn

ວັນທີ 24 ພະຈິກນີ້ແມ່ນວັນນັບຖອຍຫຼັງ 100 ວັນກ່ອນຈັດພິທີໄຂງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ, ຄະນະກຳມະການຈັດງານໄດ້ເປີດເຜີຍແຜນການສົ່ງຕໍ່ທວນໄຟຂອງງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງໃນມື້ດຽວກັນ.

ຄະນະກຳມະການຈັດງານໂອລິມປິກຄົນພິການລະດູໜາວປັກກິ່ງໄດ້ປຶກສາຫາລືກັບຄະນະກຳມະການໂອລິມປິກຄົນພິການສາກົນ ແລະ ວາງແຜນການສົ່ງຕໍ່ທວນໄຟງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງ ໂດຍຈະຈັດຂຶ້ນຢູ່ 3 ເຂດແຂ່ງຂັນ ຄື: ນະຄອນຫຼວງປັກກິ່ງ, ເມືອງແຢນຊິງ ແລະ ເມືອງຈ່າງເຈ່ຍໂຂ ແຕ່ວັນທີ 2 ຫາ 4 ມີນາປີ 2022, ລວມມີຜູ້ສົ່ງຕໍ່ທວນໄຟເກືອບ 600 ຄົນເຂົ້າຮ່ວມ.

ທວນໄຟຈະສົ່ງໄປເຖິງສະໜາມກິລາແຫ່ງຊາດໃນວັນທີ 4 ມີນາ ແລະ ຈະໄຕ້ທວນໄຟໃນພິທີໄຂງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຢ່າງເປັນທາງການ.

Share with:

2021-11-25 11:30:16 CRI

ການສົ່ງຕໍ່ທວນໄຟງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຈະຈັດຂຶ້ນແຕ່ວັນທີ 2 ຫາ 4 ມີນາປີໜ້າ

Share this story on

Messenger Pinterest LinkedIn