ພາສາລາວ

ຈີນກ່າວວ່າ: ອາເມຣິກາຄວນຢຸດຕິການທ້າທາຍເກາະຜິດ,ລ່ວງລ້ຳແລະຫຼິ້ນກັບໄຟ

cri2021-11-24 16:16:54
Share
Share this with Close
Messenger Pinterest LinkedIn

ຕໍ່ກໍລະນີທີ່ກຳປັ່ນຮົບຂອງອາເມຣິກາແລ່ນຜ່ານຊ່ອງແຄບໄຕ້ຫວັນ, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 23 ພະຈິກນີ້ວ່າ: ອາເມຣິກາຄວນແກ້ໄຂຄວາມຜິດພາດຂອງຕົນໃນທັນທີ,ຢຸດຕິການທ້າທາຍເກາະຜິດ,ລ່ວງລ້ຳແລະຫຼິ້ນກັບໄຟ,ຄວນເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອສັນຕິພາບແລະສະຖຽນລະພາບຂອງພາກພື້ນ.

ທ່ານ ຈ້າວລີ້ຈ່ຽນ ກ່າວວ່າ:ໂຄສົກຂອງເຂດສູ້ຮົບທາງພາກຕາເວັນອອກຂອງຈີນໄດ້ກ່າວເຕືອນກ່ຽວກັບກໍລະນີດັ່ງກ່າວແລ້ວ.ຈີນໄດ້ຕິດຕາມແລະເກັບກຳສະພາບການທີ່ກຳປັ່ນຮົບອາເມຣິກາແລ່ນຜ່ານຊ່ອງແຄບໄຕ້ຫວັນຕະຫຼອດທາງຢ່າງໃກ້ຊິດ. ຫວ່າງມໍ່ໆມານີ້, ກຳປັ່ນຮົບອາເມຣິກາໄດ້ສະແດງແສນຍານພາບທາງການທະຫານ,ເປັນການຍົວະເຍົ້າໃຫ້ເກີດບັນຫາແລະທ້າທາຍເກາະຜິດຢູ່ຊ່ອງແຄບໄຕ້ຫວັນຫຼາຍຄັ້ງໃນຂໍ້ອ້າງ “ເສລີພາບໃນການເດີນເຮືອ”. ນີ້ບໍ່ແມ່ນຄຳໝັ້ນສັນຍາກ່ຽວກັບເສລີພາບແລະການເປີດປະຕູ,ຫາກແມ່ນການກໍ່ກວນແລະການທຳລາຍທີ່ມີເຈດຕະນາຮ້າຍຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນ. ປະຊາຄົມໂລກໃຜໆກໍ່ຮູ້ຢ່າງຈະແຈ້ງ.

Share with:

2021-11-24 16:16:54 cri

ຈີນກ່າວວ່າ: ອາເມຣິກາຄວນຢຸດຕິການທ້າທາຍເກາະຜິດ,ລ່ວງລ້ຳແລະຫຼິ້ນກັບໄຟ

Share this story on

Messenger Pinterest LinkedIn