ພາສາລາວ

ທ່ານຈ້າວລີ້ຈ່ຽນກ່າວວ່າ: ຕົວເລກໃນບົດລາຍງານຂອງອົງການ Afrobarometer ສະແດງໃຫ້ເຫັນເຖິງຄວາມໝາຍອັນຕັ້ງໜ້າຂອງການຮ່ວມມືລະຫວ່າງຈີນກັບອາຟຣິກາ

cri2021-11-23 14:37:33
Share
Share this with Close
Messenger Pinterest LinkedIn

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 22 ພະຈິກນີ້, ມີນັກຂ່າວຖາມວ່າ: ຫວ່າງມໍ່ໆມານີ້, Afrobarometer ເຊິ່ງເປັນອົງການສຳຫຼວດຄວາມຄິດເຫັນທີ່ມີຊື່ສຽງຂອງອາຟຣິກາໄດ້ປະກາດບົດລາຍງານສະບັບໜຶ່ງທີ່ສະແດງໃຫ້ເຫັນວ່າ: ຈີນມີອິດທິພົນເປັນອັນດັບໜຶ່ງຢູ່ອາຟຣິກາ, ຜູ້ເຂົ້າຮ່ວມຕອບແບບສອບຖາມຄວາມຄິດເຫັນມີ 66% ເຫັນວ່າອິດທິພົນດ້ານເສດຖະກິດແລະການເມືອງຂອງຈີນຢູ່ອາຟຣິກາເປັນອິດທິພົນທີ່ດີ. ຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?

ກ່ຽວກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວ: ຕົວເລກທີ່ກ່ຽວຂ້ອງໃນບົດລາຍງານດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງຄວາມໝາຍອັນຕັ້ງໜ້າຂອງການຮ່ວມມືລະຫວ່າງຈີນກັບອາຟຣິກາຈາກດ້ານໜຶ່ງ. ທາດແທ້ຂອງການຮ່ວມມືລະຫວ່າງຈີນກັບອາຟຣິກາແມ່ນຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະໄດ້ຮັບຄວາມນິຍົມຈາກປະເທດອາຟຣິກາ. ເປັນເວລາດົນນານມາແລ້ວທີ່ຈີນໄດ້ດຳເນີນການຮ່ວມມືຢ່າງແທ້ຈິງກັບປະເທດອາຟຣິກາໃນຂົງເຂດຕ່າງໆຕາມທັດສະນະທີ່ວ່າ: “ແທ້ຈິງ, ໜັກແໜ້ນ, ສະໜິດສະໜົມແລະຈິງໃຈ.”

ຈີນດຳເນີນການຮ່ວມມືກັບອາຟຣິກາແມ່ນເລີ່ມຈາກການສ້າງຄວາມຜາສຸກໃຫ້ກັບປະຊາຊົນອາຟຣິກາ, ຍຶດໝັ້ນການຕອບສະໜອງຕາມຄວາມຕ້ອງການແລະຜົນປະໂຫຍດຂອງອາຟຣິກາ, ຍຶດໝັ້ນການຮ່ວມມືໂດຍບໍ່ມີເງື່ອນໄຂໃນທາງການເມືອງໃດໆແອບແຟງ, ປະຊາຊົນຈີນມີຄວາມຈິງໃຈທີ່ຫວັງຢາກໃຫ້ປະເທດອາຟຣິກາຈະສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງແລະສະໜັບສະໜູນປະເທດອາຟຣິກາເສີມສ້າງຄວາມສາມາດໃນການພັດທະນາຕົນເອງຕະຫຼອດມາ, ການກະທຳຂອງຈີນກໍໄດ້ຮັບຄວາມເຫັນດີເຫັນພ້ອມແລະຍ້ອງຍໍຊົມເຊີຍຈາກປະເທດອາຟຣິກາ.

Share with:

2021-11-23 14:37:33 cri

ທ່ານຈ້າວລີ້ຈ່ຽນກ່າວວ່າ: ຕົວເລກໃນບົດລາຍງານຂອງອົງການ Afrobarometer ສະແດງໃຫ້ເຫັນເຖິງຄວາມໝາຍອັນຕັ້ງໜ້າຂອງການຮ່ວມມືລະຫວ່າງຈີນກັບອາຟຣິກາ

Share this story on

Messenger Pinterest LinkedIn