ພາສາລາວ

ຢາປົວພະຍາດໂຄວິດ-19 ຫຼາຍຊະນິດຂອງຈີນໄດ້ເຂົ້າສູ່ໄລຍະການທົດລອງທາງຄລິນິກ

cri2021-11-22 17:06:39
Share
Share this with Close
Messenger Pinterest LinkedIn

ນັບແຕ່ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ຈີນໄດ້ເລີ່ມເຮັດວຽກຄົ້ນຄວ້າຜະລິດຢາປິ່ນປົວພະຍາດໂຄວິດ-19. ປັດຈຸບັນໄດ້ມີຢາຫຼາຍຊະນິດເຂົ້າສູ່ໄລຍະທົດລອງທາງຄລິນິກແລ້ວ.

VV116 ແມ່ນຢາທາງເລືອກຊະນິດໜຶ່ງໃນການປິ່ນປົວພະຍາດໂຄວິດ-19 ທີ່ຈີນເປັນຜູ້ຄົ້ນຄວ້າຜະລິດ. ລ້ວນແຕ່ມີສັບພະຄຸນທີ່ຊັດເຈນໃນການຄວບຄຸມໄວຣັດໂຄວິດ-19 ດັ້ງເດີມແລະກາຍພັນ. ຫຼັງຈາກໄດ້ສຳເລັດການຄົ້ນຄວ້າກ່ອນການທົດລອງທາງຄລິນິກຢ່າງຮອບດ້ານແລ້ວ, VV116 ໄດ້ຮັບການອະນຸມັດໃຫ້ດຳເນີນການທົດລອງທາງຄລິນິກຢູ່ປະເທດອຸສເບກິສະຖານ. ສ່ວນຢາທາງເລືອກຕ້ານໂຄວິດ-19 ອີກຊະນິດໜຶ່ງຄື: FB2001 ໄດ້ດຳເນີນການຄົ້ນຄວ້າທາງຄລິນິກໄລຍະໜຶ່ງຢູ່ອາເມຣິກາໃນເດືອນມີນາປີນີ້.

ນອກຈາກນີ້, ຢາລຸ້ນໃໝ່ທີ່ມີຊື່ວ່າ “ໂປຣກຊາລູຕາມາຍ” ທີ່ຈີນມີຊັບສິນທາງປັນຍາເປັນຂອງຕົນເອງໄດ້ດຳເນີນການທົດລອງທາງຄລິນິກໃນສາມໂຄງການຕາມລຳດັບຢູ່ບຣາຊີນແຕ່ເດືອນກັນຍາປີ 2020 ເປັນຕົ້ນມາ, ໃນວັນທີ 1 ຕຸລາປີນີ້,ການທົດລອງທາງຄລິນິກສຳລັບຜູ້ເປັນພະຍາດໂຄວິດ-19 ທີ່ນອນໂຮງໝໍດ້ວຍຢາ“ໂປຣກຊາລູຕາມາຍ” ໄລຍະທີສາມຢູ່ຫຼາຍແຫ່ງຂອງໂລກກໍ່ໄດ້ເລີ່ມທົດລອງປິ່ນປົວຜູ້ເປັນພະຍາດກໍລະນີທຳອິດຢູ່ສູນທົດລອງທາງຄລິນິກຢູ່ອາເມຣິກາ. ສ່ວນຜົນການທົດລອງດັ່ງກ່າວຄາດວ່າຈະເປີດເຜີຍໃນ 6 ເດືອນຕົ້ນປີໜ້າ.

Share with:

2021-11-22 17:06:39 cri

ຢາປົວພະຍາດໂຄວິດ-19 ຫຼາຍຊະນິດຂອງຈີນໄດ້ເຂົ້າສູ່ໄລຍະການທົດລອງທາງຄລິນິກ

Share this story on

Messenger Pinterest LinkedIn