ພາສາລາວ

ຈີນຊ່ວຍເຫຼືອເສື້ອກັນໜາວ,ຜ້າຫົ່ມແລະເຄື່ອງກັນໜາວອື່ນໆໃຫ້ແກ່ອັຟການິສະຖານ

cri2021-11-22 17:07:59
Share
Share this with Close
Messenger Pinterest LinkedIn

ເວລາ 16 ໂມງ 30 ນາທີຂອງວັນທີ 20 ພະຈິກນີ້, ລົດໄຟຂົນສົ່ງສິນຄ້າທີ່ໄດ້ບັນທຸກເຄື່ອງຊ່ວຍເຫຼືອແລະອຸປະກອນການຜະລິດແລະເຄື່ອງຮັບໃຊ້ຊີວິດການເປັນຢູ່ທັງໝົດ 1 ພັນກວ່າໂຕນໄດ້ອອກເດີນທາງຈາກສະຖານີລົດໄຟອຸຣຸມກີຕາເວັນຕົກຂອງເຂດຊິ່ນຈ່ຽງປະເທດຈີນແລະຈະຜ່ານດ່ານທາງລົດໄຟໂຮໂກສ໌ອອກຊາຍແດນປະເທດຈີນ,ແລ້ວສົ່ງໄປເຖິງເມືອງມາຈາອິຊາຣິຟຂອງອັຟການິສະຖານໂດຍຜ່ານທາງລົດໄຟແລະລົດຫຼວງ,ຄາດວ່າຈະໃຊ້ເວລາປະມານ 12 ວັນ.

ລົດໄຟຂະບວນດັ່ງກ່າວແມ່ນລົດໄຟຂົນສົ່ງສິນຄ້າຊິ່ນຈ່ຽງຈີນ-ອັຟການິສະຖານຂະບວນທີ 3 ທີ່ຈີນໄດ້ເປີດແລ່ນລົດ.

ທ່ານ ໝ້າຊ່າວ ຜູ້ຮັບຜິດຊອບວຽກງານຂອງບໍລິສັດຈໍລະຈອນສິນຄ້າສາກົນຂອງແຂວງເຈີ້ຈ່ຽງເປັນຕົວແທນການຂົນສົ່ງສິນຄ້າໄດ້ແຈ້ງໃຫ້ຮູ້ວ່າ: ເພື່ອສົ່ງວັດຖຸຊ່ວຍເຫຼືອດ້ານມະນຸດສະທຳໃຫ້ໄປເຖິງອັຟການິສະຖານໂດຍໄວ, ບໍລິສັດດັ່ງກ່າວໄດ້ຊອກຫາເສັ້ນທາງໃໝ່ທີ່ມີການຂົນສົ່ງໃນຫຼາຍຮູບແບບ,ນັບແຕ່ທ້າຍເດືອນມິຖຸນາປີນີ້ເປັນຕົ້ນມາ,ຈີນໄດ້ຂົນສົ່ງເຄື່ອງຊ່ວຍເຫຼືອມະນຸດສະທຳແລະອຸປະກອນການຜະລິດແລະເຄື່ອງຮັບໃຊ້ຊີວິດການເປັນຢູ່ອື່ນໆລວມທັງໝົດ 2.600 ກວ່າໂຕນໃຫ້ກັບອັຟການິສະຖານໂດຍຜ່ານລົດໄຟຂະບວນດັ່ງກ່າວ.

Share with:

2021-11-22 17:07:59 cri

ຈີນຊ່ວຍເຫຼືອເສື້ອກັນໜາວ,ຜ້າຫົ່ມແລະເຄື່ອງກັນໜາວອື່ນໆໃຫ້ແກ່ອັຟການິສະຖານ

Share this story on

Messenger Pinterest LinkedIn