ພາສາລາວ

“ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນເວທີຮ່ວມມືສາກົນທີ່ກວ້າງຂວາງທີ່ສຸດແລະຂະໜາດໃຫຍ່ທີ່ສຸດໃນໂລກປັດຈຸບັນ

cri2021-11-22 11:15:18
Share
Share this with Close
Messenger Pinterest LinkedIn

ພາຍຫຼັງຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” 8 ປີມານີ້, ມາຮອດວັນທີ 26 ຕຸລາແລ້ວນີ້, ຈີນໄດ້ເຊັນເອກະສານຮ່ວມມືຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” 206 ສະບັບກັບ 140 ປະເທດແລະ 32 ອົງການຈັດຕັ້ງສາກົນ, ແລະໄດ້ສ້າງກົນໄກຮ່ວມມືສອງຝ່າຍ 90 ກວ່າກົນໄກ. ປັດຈຸບັນ, ຈີນໄດ້ເຊັນສັນຍາການຄ້າເສລີ 7 ສະບັບກັບ 13 ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ”.

ນັບແຕ່ປີ 2013 ຫາປີ 2020, ມູນຄ່າຊື້ຂາຍສິນຄ້າລະຫວ່າງຈີນກັບປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ມີຫຼາຍກວ່າ 9.200 ຕື້ໂດລາສະຫະລັດ, ມາດຕະສ່ວນຂອງມູນຄ່າການຄ້າລະຫວ່າງຈີນກັບປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ກວມເອົາຍອດມູນຄ່າການຄ້າລະຫວ່າງຈີນກັບຕ່າງປະເທດນັ້ນໄດ້ເພີ່ມຂຶ້ນ 4,1%. ພ້ອມກັນນັ້ນ, ຈີນຍັງໄດ້ລົງທຶນຢູ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍກົງບັນລຸເຖິງ 136 ຕື້ໂດລາສະຫະລັດ, ປະເທດເຫຼົ່ານີ້ກໍໄດ້ສ້າງຕັ້ງວິສາຫະກິດໃໝ່ຢູ່ປະເທດຈີນມີເຖິງ 27 ພັນແຫ່ງ, ມູນຄ່າການລົງທຶນຕົວຈຶ່ງມີປະມານ 60 ຕື້ໂດລາສະຫະລັດ. ໃນຫຼາຍປີມານີ້, ວິສາຫະກິດຈີນທີ່ລົງທຶນຢູ່ຕ່າງປະເທດທີ່ມີລັກສະນະພາກພື້ນໂດຍຜ່ານ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຍົກສູງຂຶ້ນຢ່າງຫຼວງຫຼາຍ, ໄດ້ສ້າງຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ປະເທດຮ່ວມມືທັງຫຼາຍ.

Share with:

2021-11-22 11:15:18 cri

“ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນເວທີຮ່ວມມືສາກົນທີ່ກວ້າງຂວາງທີ່ສຸດແລະຂະໜາດໃຫຍ່ທີ່ສຸດໃນໂລກປັດຈຸບັນ

Share this story on

Messenger Pinterest LinkedIn