ພາສາລາວ

ຈີນຕົກລົງຫຼຸດລະດັບການພົວພັນທາງການທູດລະຫວ່າງຈີນກັບລິດຕົວນີລົງເປັນລະດັບອຸປະທູດ

cri2021-11-21 16:44:00
Share
Share this with Close
Messenger Pinterest LinkedIn

ວັນທີ 21 ພະຈິກນີ້, ກະຊວງການຕ່າງປະເທດຈີນອອກຖະແຫຼງການ, ໂດຍປະກາດວ່າ, ຈີນຕົກລົງຫຼຸດລະດັບການພົວພັນທາງການທູດລະຫວ່າງຈີນກັບລິດຕົວນີລົງເປັນລະດັບອຸປະທູດ.

ຖະແຫຼງການລະບຸວ່າ, ວັນທີ 18 ພະຈິກນີ້, ລິດຕົວນີບໍ່ເອົາຫົວຊານຳການປະທ້ວງຢ່າງເຄັ່ງຂຶມແລະການຕໍ່ວ່າທັກທ້ວງຫຼາຍເທື່ອຂອງຝ່າຍຈີນ, ອະນຸມັດໃຫ້ເຈົ້າໜ້າທີ່ໄຕ້ຫວັນສ້າງຕັ້ງອັນທີ່ເອີ້ນວ່າ “ສຳນັກງານຜູ້ຕາງໜ້າໄຕ້ຫວັນປະຈຳລິດຕົວນີ”. ການກະທຳດັ່ງກ່າວຂອງລິດຕົວນີໄດ້ເປັນການກໍ່ສະພາບການ “ຈີນ ໜຶ່ງໄຕ້ຫວັນໜຶ່ງ” ໃນສາກົນຢ່າງບັງອາດ, ຝ່າຝືນຄຳໝັ້ນສັນຍາດ້ານການເມືອງທີ່ລິດຕົວນີໄດ້ໃຫ້ໄວ້ໃນຖະແຫຼງການແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລິດຕົວນີ, ໄດ້ເປັນການທຳລາຍອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຈີນ, ແລະເປັນການແຊກແຊງວຽກງານພາຍໃນຂອງຈີນຢ່າງຮຸນແຮງ. ຝ່າຍຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງແລະໄດ້ປະທ້ວງຢ່າງເຂັ່ງຂຶມຕໍ່ເລື່ອງນີ້, ແລະຕົກລົງຫຼຸດລະດັບການພົວພັນທາງການທູດລະຫວ່າງຈີນກັບລິດຕົວນີລົງເປັນລະດັບອຸປະທູດ.

ໃນໂລກນີ້ມີແຕ່ປະເທດຈີນດຽວ, ລັດຖະບານສາທາລະນະລັດປະຊາຊົນຈີນແມ່ນລັດຖະບານທີ່ຖືກຕ້ອງຕາມກົດໝາຍພຽງໜຶ່ງດຽວທີ່ສາມາດຕາງໜ້າທົ່ວປະເທດຈີນໄດ້. ຫຼັກການປະເທດຈີນດຽວແມ່ນຫຼັກການການພົວພັນສາກົນທີ່ປະຊາຄົມໂລກມີຄວາມຮັບຮູ້ທີ່ເປັນເອກະພາບກັນແລະຮັບຮອງໂດຍທົ່ວໄປ, ແມ່ນພື້ນຖານການເມືອງທີ່ຈີນຂະຫຍາຍການພົວພັນສອງຝ່າຍກັບລິດຕົວນີ. ລັດຖະບານຈີນພິຈາລະນາຈາກເຈຕະນາດີທີ່ຫວັງຮັກສາການພົວພັນລະຫວ່າງຈີນກັບລິດຕົວນີ, ໄດ້ເຕືອນໃຫ້ຝ່າຍລິດຕົວນີຢ່າເຮັດເລື່ອງທີ່ເປັນການຝ່າຝືນຄຳໝັ້ນສັນຍາຂອງຕົນ. ແຕ່ສິ່ງທີ່ໜ້າເສຍດາຍ ຄື, ລິດຕົວນີບໍ່ເອົາຫົວຊານຳຫຼັກໝັ້ນຢ່າງເຂັ່ງຂຶມຂອງລັດຖະບານຈີນ, ບໍ່ເອົາຫົວຊານຳສະພາບກວມລວມຂອງການພົວພັນລະຫວ່າງສອງຝ່າຍ, ບໍ່ເອົາຫົວຊານຳຫຼັກການພື້ນຖານຂອງການພົວພັນສາກົນ, ດື້ດຶງອະນຸມັດໃຫ້ໄຕ້ຫວັນສ້າງຕັ້ງອັນທີ່ເອີ້ນວ່າ “ສຳນັກງານຜູ້ຕາງໜ້າ” ປະຈຳລິດຕົວນີ, ເປັນການສ້າງຕົວຢ່າງທີ່ບໍ່ດີຄັ້ງທຳອິດໃນສາກົນ. ໂດຍພິຈາລະນາວ່າ ພື້ນຖານການເມືອງຂອງການສ້າງຕັ້ງສາຍພົວພັນທາງການທູດລະດັບເອກອັກຄະລັດຖະທູດລະຫວ່າງຈີນກັບລິດຕົວນີໄດ້ຖືກຝ່າຍລິດຕົວນີທຳລາຍແລ້ວ, ເພື່ອຮັກສາອະທິປະໄຕຂອງຕົນແລະຫຼັກການພື້ນຖານການພົວພັນສາກົນ, ລັດຖະບານຈີນຈຳເປັນຕ້ອງຫຼຸດລະດັບການພົວພັນທາງການທູດລະຫວ່າງຈີນກັບລິດຕົວນີລົງເປັນລະດັບອຸປະທູດ. ລັດຖະບານລິດຕົວນີຕ້ອງຮັບຜິດຊອບຕໍ່ຜົນຮ້າຍຢ້ອນຫຼັງທຸກຢ່າງທີ່ເກີດຂຶ້ນຍ້ອນເລື່ອງນີ້. ຈີນເຕືອນໃຫ້ຝ່າຍລິດຕົວນີຕ້ອງແກ້ໄຂຄວາມຜິດພາດຂອງຕົນໃນທັນທີ, ຢ່າຄາດຄະເນຕ່ຳຕໍ່ຄວາມຕັດສິນໃຈທີ່ເຂັ້ມແຂງ, ນ້ຳໃຈອັນເດັດດ່ຽວແລະຄວາມສາມາດອັນເຂັ້ມແຂງ ໃນການຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຈີນ.

Share with:

2021-11-21 16:44:00 cri

ຈີນຕົກລົງຫຼຸດລະດັບການພົວພັນທາງການທູດລະຫວ່າງຈີນກັບລິດຕົວນີລົງເປັນລະດັບອຸປະທູດ

Share this story on

Messenger Pinterest LinkedIn