ພາສາລາວ

ທ່ານວາງຢີ້ກ່າວວ່າ: ຈີນ ແລະອາເມຣິກາສາມາດແກ້ໄຂສາຍພົວພັນສອງຝ່າຍໃຫ້ດີໄດ້ຫລືບໍ່ ແມ່ນກ່ຽວພັນເຖິງອະນາຄົດຂອງໂລກ

cri2021-11-20 16:38:14
Share
Share this with Close
Messenger Pinterest LinkedIn

ວັນທີ 20 ພະຈິກນີ້, ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ກ່າວຄຳປາໄສຢູ່ກອງປະຊຸມຄັງປັນຍາໂລກ, ໂດຍໄດ້ບັນຍາຍຈຸດຢືນກ່ຽວກັບສາຍພົວພັນລະຫວ່າງຈີນ-ອາເມຣິກາຢ່າງເລິກເຊິ່ງ.

ທ່ານວາງຢີ້ກ່າວວ່າ, ໃນຖານະເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດ ແລະປະເທດພັດທະນາແລ້ວທີ່ໃຫຍ່ທີ່ສຸດ, ຈີນ ແລະອາເມຣິກາສາມາດແກ້ໄຂສາຍພົວພັນເຊິ່ງກັນ ແລະກັນໃຫ້ດີໄດ້ຫລືບໍ່ ແມ່ນກ່ຽວພັນເຖິງອະນາຄົດຂອງໂລກ.

ການເຄົາລົບນັບຖືເຊິ່ງກັນ ແລະກັນແມ່ນເງື່ອນໄຂອັນພື້ນຖານຂອງການຢູ່ຮ່ວມກັນລະຫວ່າງປະເທດຕ່າງໆ. ແຕ່ລະປະເທດລ້ວນແຕ່ມີປະຫວັດສາດ ແລະວັດທະນະທຳອັນພິເສດຂອງຕົນ, ລ້ວນແຕ່ມີຜົນປະໂຫຍດແກນກາງທີ່ສົນໃຈທີ່ສຸດ, ກໍມີສິດເລືອກລະບອບສັງຄົມ ແລະເສັ້ນທາງພັດທະນາທີ່ເໝາະສົບກັບສະພາບແຫ່ງຊາດຂອງຕົນ.

ການຢູ່ຮ່ວມກັນໂດຍສັນຕິແມ່ນຫລັກການທີ່ຄວນປະຕິບັດໃນການໄປມາຫາສູ່ກັນລະຫວ່າງປະເທດຕ່າງໆ. ໂດຍສະເພາະແມ່ນສຳລັບປະເທດໃຫຍ່ຄື ຈີນ ແລະອາເມຣິກາແລ້ວ,ຖ້າວ່າເປັນປໍລະປະກັນ, ບໍ່ພຽງແຕ່ບໍ່ມີຜົນດີໃດໆຕໍ່ສອງປະເທດເທົ່ານັ້ນ, ຍັງຈະສ້າງຜົນຮ້າຍທີ່ແບກຫາບຍາກຕໍ່ໂລກອີກດ້ວຍ.

ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດແມ່ນທິດທາງຖືກຕ້ອງຂອງການພັດທະນາດ້ານປະຫວັດສາດ. ຜົນປະໂຫຍດລະຫວ່າງຈີນ-ອາເມຣິກາໄດ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ມີພຽງແຕ່ຍຶດໝັ້ນຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະພັດທະນາຮ່ວມກັນເທົ່ານັ້ນຈຶ່ງສາມາດພັດທະນາຢ່າງໝັ້ນທ່ຽງ ແລະຍາວນານໄດ້.

ທ່ານວາງຢີ້ກ່າວຕື່ມວ່າ: ພວກເຮົາຫວັງວ່າ: ຄວາມເວົ້າ ແລະພຶດຕິກຳຂອງອາເມຣິກາສາມາດເປັນເອກະພາບກັນໄດ້, ເຮັດໃຫ້ທ່າທີອັນສຳຄັນຕ່າງໆທີ່ໄດ້ກ່າວໄວ້ນັ້ນ, ເຊັ່ນ: ບໍ່ສ້າງສົງຄາມເຢັນແບບໃໝ່, ບໍ່ເປັນປໍລະປະກັນ, ບໍ່ສະໜັບສະໜູນການແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ ແລະອື່ນໆຈັດເຂົ້າໃນນະໂຍບາຍ ແລະການກະທຳຕົວຈິງ. ເຮັດແນວນີ້ຈຶ່ງສາມາດສ້າງຄວາມຜາສຸກໃຫ້ກັບປະຊາຊົນສອງປະເທດ, ທັງສ້າງຜົນປະໂຫຍດແກ່ໂລກອີກດ້ວຍ.

Share with:

2021-11-20 16:38:14 cri

ທ່ານວາງຢີ້ກ່າວວ່າ: ຈີນ ແລະອາເມຣິກາສາມາດແກ້ໄຂສາຍພົວພັນສອງຝ່າຍໃຫ້ດີໄດ້ຫລືບໍ່ ແມ່ນກ່ຽວພັນເຖິງອະນາຄົດຂອງໂລກ

Share this story on

Messenger Pinterest LinkedIn