ພາສາລາວ

ການຫັນບັນຫາກິລາເປັນບັນຫາການເມືອງໄດ້ຝ່າຝືນກັບຈິດໃຈໂອລິມປິກ

cri2021-11-20 16:46:02
Share
Share this with Close
Messenger Pinterest LinkedIn

ຕາມຂ່າວແຈ້ງວ່າ: ທ່ານໂຈໄບເດັນ ປະທານາທິບໍດີອາເມຣິກາໄດ້ຢືນຢັນວ່າກຳລັງພິຈາລະນາຢາກສະກັດກັ້ນງານກິລາໂອລິມປິກລະດູໜາວປັກກິ່ງດ້ວຍວິທີທາງການທູດ. ຕໍ່ເລື່ອງນີ້ ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຂ່າວປະຈຳໃນວັນທີ19ພະຈິກນີ້ວ່າ: ການຫັນບັນຫາກິລາເປັນບັນຫາການເມືອງໄດ້ຝ່າຝືນກັບຈິດໃຈໂອລິມປິກ, ທັງໄດ້ທຳລາຍຜົນປະໂຫຍດຂອງນັກກິລາບັນດາປະເທດ.

ທ່ານຈ້າວລີ້ຈ່ຽນກ່າວເນັ້ນໜັກວ່າ: ວຽກງານເຂດຊິ່ນຈ່ຽງເປັນວຽກງານພາຍໃນຂອງຈີນທັງນັ້ນ, ເດັດຂາດຫ້າມບໍ່ໃຫ້ອິດທິກຳລັງພາຍນອກໃດໆມາແຊກແຊງດ້ວຍຂໍ້ອ້າງໃດໆແລະຮູບການໃດໆ. ການທີ່ອາເມຣິກາໃສ່ຮ້າຍປ້າຍສີວ່າຢູ່ເຂດຊີ່ນຈ່ຽງມີສະພາບການດັບສູນເຊື້ອຊາດແລະບັງຄັບປະຊາຊົນອອກແຮງງານ, ເວົ້າສຳລັບປະຊາຊົນຈີນແລ້ວ ນີ້ແມ່ນເລື່ອງຕະຫຼົກແທ້! ຂ້າພະເຈົ້າຢາກກ່າວເນັ້ນ ອີກເທື່ອໜຶ່ງວ່າ: ງານກິລາໂອລິມປິກລະດູໜາວປັກກິ່ງແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງປີ2022 ເປັນເວທີຂອງນັກກິລາບັນດາປະເທດໃນໂລກທີ່ເຂົ້າຮ່ວມງານກິລາໂອລິມປິກລະດູໜາວ,ເຂົາເຈົ້າຈຶ່ງເປັນຕົວລະຄອນຫຼັກທີ່ແທ້ຈິງ. ຈີນເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງຈິດໃຈໂອລິມປິກ ແລະຄວາມພະຍາຍາມຮ່ວມຂອງບັນດາຝ່າຍ, ປະເທດຈີນຈະຈັດງານມະຫາກຳກິລາໂອລິມປິກທີ່ງ່າຍດາຍ,ປອດໄພແລະສະຫງ່າງາມຄັ້ງໜຶ່ງສຳລັບໂລກ, ທັງຈະຮ່ວມກັນຊຸກຍູ້ພາລະກິດກິລາສາກົນໃຫ້ໄດ້ຮັບການພັດທະນາຢ່າງຟົດຟື້ນມ່ວນຊື່ນແນ່ນອນ.

Share with:

2021-11-20 16:46:02 cri

ການຫັນບັນຫາກິລາເປັນບັນຫາການເມືອງໄດ້ຝ່າຝືນກັບຈິດໃຈໂອລິມປິກ

Share this story on

Messenger Pinterest LinkedIn