ພາສາລາວ

ກະຊວງການຄ້າຈີນກ່າວວ່າ: ນັກທຸລະກິດຕ່າງປະເທດມີການຄາດຄະເນແລະມີຄວາມໝັ້ນໃຈທີ່ໝັ້ນທ່ຽງຕໍ່ການລົງທຶນຢູ່ຈີນ

cri2021-11-19 17:03:57
Share
Share this with Close
Messenger Pinterest LinkedIn

ວັນທີ18ພະຈິກນີ້,ທ່ານນາງຊູ້ຢວີ້ທີງ ໂຄສົກກະຊວງການຄ້າຈີນກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳວ່າ: ນັບແຕ່ຕົ້ນປີນີ້ມາ,ປະເທດຈີນສາມາດດຶງດູດການລົງທຶນຂອງຕ່າງປະເທດເພີ່ມຂຶ້ນອ່າວໄວ ແລະມີປະສິດທິຜົນດີກວ່າຄາດໝາຍ.ຖ້າບໍ່ມີສະພາບພິເສດຫຍັງເກີດຂຶ້ນ ຄາດວ່າ ການດຶງດູດການລົງທຶນໂດຍກົງຂອງຕ່າງປະເທດໃນໝົດປີນີ້ຈະເພີ່ມຂຶ້ນຫຼາຍກວ່າ10%, ສາມາດບັນລຸເປົ້າໝາຍການລົງທຶນໂດຍກົງຂອງຕ່າງປະເທດສຳລັບປີນີ້ຢ່າງໝັ້ນທ່ຽງ.

ຫວ່າງມໍ່ໆມານີ້,ກອງປະຊຸມການຄ້າແລະການພັດທະນາຂອງອົງການສະຫະປະຊາຊາດໄດ້ປະກາດບົດລາຍງານໂດຍຊີ້ໃຫ້ເຫັນວ່າ,ໃນ6ເດືອນຕົ້ນປີນີ້,ການລົງທຶນຂ້າມຊາດໃນທົ່ວໂລກມີທ່ວງທ່າເພີ່ມຂຶ້ນ,ຄາດວ່າ ການລົງທຶນຂ້າມຊາດໃນໝົດປີນີ້ຈະດີກວ່າຄາດໝາຍ, ທັງອາດຈະດີກວ່າລະດັບກ່ອນເກີດມີພະຍາດໂຄວິດ-19ແຜ່ລະບາດ. ທ່ານນາງຊູ້ຢວີ້ທີງກ່າວວ່າ: ປັດຈຸບັນ ເສດຖະກິດຈີນໄດ້ຟື້ນຄືນຢ່າງໝັ້ນທ່ຽງ,ມີທ່າແຮງສັງລວມໃນດ້ານອຸດສາຫະກຳທີ່ຄົບຊຸດ,ພື້ນຖານໂຄງລ່າງ,ຊັບພະຍາກອນມະນຸດແລະສະພາບແວດລ້ອມການເຮັດທຸລະກິດທີ່ດີເປັນຕົ້ນ, ຕະຫຼາດຂະໜາດໃຫຍ່ຫຼາຍແມ່ນກຳລັງດຶງດູດການລົງທຶນໂດຍກົງຂອງຕ່າງປະເທດເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ,ນັກທຸລະກິດຕ່າງປະເທດມີການຄາດຄະເນແລະມີຄວາມໝັ້ນໃຈທີ່ໝັ້ນທ່ຽງຕໍ່ການລົງທຶນຢູ່ປະເທດຈີນ.

Share with:

2021-11-19 17:03:57 cri

ກະຊວງການຄ້າຈີນກ່າວວ່າ: ນັກທຸລະກິດຕ່າງປະເທດມີການຄາດຄະເນແລະມີຄວາມໝັ້ນໃຈທີ່ໝັ້ນທ່ຽງຕໍ່ການລົງທຶນຢູ່ຈີນ

Share this story on

Messenger Pinterest LinkedIn