ພາສາລາວ

ທາດແທ້ຂອງບັນຫາກ່ຽວກັບເຂດຊິ່ນຈ່ຽງແມ່ນບັນຫາຕໍ່ຕ້ານການກໍ່ການຮ້າຍ,ກຳຈັດແນວຄິດຫົວຮຸນແຮງ ແລະຕໍ່ຕ້ານການແບ່ງແຍກ

cri2021-11-19 17:10:46
Share
Share this with Close
Messenger Pinterest LinkedIn

ວັນທີ17ພະຈິກນີ້,ອົງການປົກຄອງຂອງເຂດປົກຄອງຕົນເອງປະຊາຊົນເຜົ່າອຸຍເກີຊິ່ນຈ່ຽງໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບບັນຫາທີ່ກ່ຽວຂ້ອງກັບເຂດຊິ່ນຈ່ຽງ ເພື່ອແນະນຳບົດຮຽນໃນການຕໍ່ຕ້ານການກໍ່ການຮ້າຍແລະກຳຈັດແນວຄິດຫົວຮຸນແຮງຢູ່ເຂດຊິ່ນຈ່ຽງ.

ຕໍ່ເລື່ອງນີ້,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳໃນວັນທີ18ພະຈິກນີ້ວ່າ: ທາດແທ້ຂອງບັນຫາກ່ຽວກັບເຂດຊິ່ນຈ່ຽງແມ່ນບັນຫາຕໍ່ຕ້ານການກໍ່ການຮ້າຍ,ກຳຈັດແນວຄິດຫົວຮຸນແຮງ ແລະຕໍ່ຕ້ານການແບ່ງແຍກ,ຫາກບໍ່ແມ່ນບັນຫາສິດທິມະນຸດແລະບັນຫາສາສະໜາ. ເມື່ອຜະເຊີນກັບສະພາບການຕໍ່ຕ້ານການກໍ່ການຮ້າຍທີ່ຂ້ຽວຂາດແລະສັບສົນ,ເຂດຊິ່ນຈ່ຽງໄດ້ໃຊ້ມາດຕະການຫຼາຍຢ່າງເພື່ອຕໍ່ຕ້ານການກໍ່ການຮ້າຍແລະກຳຈັດແນວຄິດຫົວຮຸນແຮງຢ່າງເດັດດ່ຽວແລະມີປະສິດທິຜົນສູງ,ໃນໄລຍະ5ປີຕິດຕໍ່ກັນຜ່ານມາ ບໍ່ໄດ້ເກີດມີຄະດີກໍ່ການຮ້າຍດ້ວຍກຳລັງຮຸນແຮງຈັກເທື່ອ.

ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ: ປັດຈຸບັນ,ສັງຄົມເຂດຊິ່ນຈ່ຽງມີຄວາມໝັ້ນທ່ຽງແລະຄວາມປອງດອງ,ເສດຖະກິດກໍ່ພັດທະນາໃຫ້ຈະເລີນຮຸ່ງເຮືອງ,ປະຊາຊົນບັນດາເຜົ່າດຳລົງຊີວິດຢ່າງ ສະຫງົບປອດໄພແລະມີຄວາມສຸກ ສິ່ງເຫຼົ່ານີ້ລ້ວນແຕ່ເປັນການຢືນຢັນທີ່ດີທີ່ສຸດໃຫ້ເຫັນເຖິງສະພາບສິດທິມະນຸດທີ່ແທ້ຈິງຂອງເຂດຊິ່ນຈ່ຽງ, ທັງເປັນການອະທິບາຍຜົນສັກສິດຂອງນະໂຍບາຍປົກຄອງເຂດຊິ່ນຈ່ຽງຂອງຈີນຢ່າງມີຊີວິດຊີວາ, ທັງເປັນການຕອບໂຕ້ຢ່າງດີທີ່ສຸດຕໍ່ຄຳຕົ້ມຕົວະແລະຂ່າວປອມຕ່າງໆທີ່ກ່ຽວຂ້ອງກັບເຂດຊິ່ນຈ່ຽງ.

Share with:

2021-11-19 17:10:46 cri

ທາດແທ້ຂອງບັນຫາກ່ຽວກັບເຂດຊິ່ນຈ່ຽງແມ່ນບັນຫາຕໍ່ຕ້ານການກໍ່ການຮ້າຍ,ກຳຈັດແນວຄິດຫົວຮຸນແຮງ ແລະຕໍ່ຕ້ານການແບ່ງແຍກ

Share this story on

Messenger Pinterest LinkedIn