ພາສາລາວ

ຈັດພິທີມອບຮັບອຸປະກອນຕຳຫຼວດທີ່ຈີນຊ່ວຍເຫຼືອກຳປູເຈຍຢູ່ນະຄອນຫຼວງພະນົມເປັນ

cri2024-11-23 14:44:43
Share
Share this with Close
Messenger Pinterest LinkedIn

ວັນທີ 22 ພະຈິກນີ້ຕາມເວລາທ້ອງຖິ່ນ, ພິທີມອບຮັບອຸປະກອນຕຳຫຼວດທີ່ກະຊວງປ້ອງກັນຄວາມສະຫງົບຈີນຊ່ວຍເຫຼືອກົມໃຫຍ່ຕຳຫຼວດກະຊວງພາຍໃນກຳປູເຈຍໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ, ທ່ານວ່າງເວີນປີ່ນ ເອກອັກຄະລັດຖະທູດຈີນປະຈຳກຳປູເຈຍແລະທ່ານຊາຣ໌ ຊົກຄາ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນຂອງກຳປູເຈຍໄດ້ເຂົ້າຮ່ວມພິທີແລະກ່າວຄຳເຫັນ.

ໃນໂອກາດດັ່ງກ່າວທ່ານຫວ່າງເວີນປີ່ນກ່າວວ່າ: ຈີນຍິນດີຮ່ວມກັບກຳປູເຈຍເພີ່ມທະວີການຮ່ວມມືຕື່ມອີກ, ຮ່ວມສຳພັນໂຈມຕີການພະນັນທາງອິນເຕີເນັດ, ການສໍ້ໂກງຊັບທາງລະບົບໂທລະຄົມແລະການກໍ່ອາຊະຍາກຳຂ້າມຊາຍແດນອື່ນໆ, ເພື່ອສ້າງສະພາບແວດລ້ອມທີ່ດີງາມແນໃສ່ປົກປັກຮັກສາຄວາມປອດໄພຂອງປະຊາຊົນສອງປະເທດ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຈີນ-ກຳປູເຈຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

123全文 3 下一页

Share this story on

Messenger Pinterest LinkedIn