ພາສາລາວ

ເອກອັກຄະລັດຖະທູດລາວປະຈຳຈີນ: ການຮ່ວມມືດ້ານກະສິກຳລະຫວ່າງລາວ-ຈີນໄດ້ສະໜອງເຕັກນິກປະດິດສ້າງໃໝ່ໃຫ້ແກ່ຊາວກະສິກອນລາວ, ທັງໄດ້ຊຸກຍູ້ການອະນຸລັກສິ່ງແວດລ້ອມຂອງລາວ

cri2024-11-22 15:27:01
Share
Share this with Close
Messenger Pinterest LinkedIn

ວັນທີ 21 ພະຈິກນີ້, ກອງປະຊຸມໃຫຍ່ການຮ່ວມມືດ້ານສະບຽງອາຫານ ແລະກະສິກຳເຫີນານ-ອາຊຽນ 2024 ໄດ້ຈັດຂຶ້ນຢູ່ສູນປະຊຸມ ແລະວາງສະແດງສາກົນເຈິ້ງໂຈ່ວແຂວງເຫີນານຈີນຢ່າງຍິ່ງໃຫຍ່, ທ່ານສົມພອນ ສີຈະເລີນ ເອກອັກຄະລັດຖະທູດລາວປະຈຳຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມ ແລະກ່າວຄຳເຫັນ.

ທ່ານສົມພອນ ສີຈະເລີນ ກ່າວວ່າ: ຂ້າພະເຈົ້າດີໃຈຫຼາຍ ແລະຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມານະຄອນເຈິ້ງໂຈ່ວແຂວງເຫີນານທີ່ສວຍງາມ, ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ການຮ່ວມມືດ້ານສະບຽງອາຫານ ແລະກະສິກຳເຫີນານ-ອາຊຽນ 2024, ມິດຕະພາບທີ່ມີມາເປັນເວລາດົນນານລະຫວ່າງລາວກັບຈີນໄດ້ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດກະສິກຳ, ໃນຫຼາຍປີຜ່ານມານີ້, ພວກເຮົາໄດ້ເປັນສັກຂີພິຍານໃຫ້ແກ່ການພັດທະນາຢ່າງພົ້ນເດັ່ນດ້ານການພົວພັນຂອງທັງສອງປະເທດ, ໂດຍສະເພາະໃນດ້ານມາດຕະການທີ່ມີເປົ້າໝາຍຍົກສູງຄວາມສາມາດດ້ານການຜະລິດກະສິກຳ ແລະຄວາມໝັ້ນຄົງດ້ານສະບຽງອາຫານ, ການຮ່ວມມືລະຫວ່າງສອງຝ່າຍໄດ້ຮັບຜົນງານຢ່າງແທ້ຈິງ. ໂດຍຜ່ານຂອບຕ່າງໆເຊັ່ນ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເປັນຕົ້ນ, ສອງປະເທດໄດ້ເພີ່ມທະວີການເຊື່ອມໂຍງເຊື່ອມຈອດກັນ, ໄດ້ຊຸກຍູ້ການແລກປ່ຽນດ້ານເຕັກນິກ, ຄວາມຮູ້ ແລະພຶດຕິກຳທີ່ດີທີ່ສຸດ. ຢູ່ປະເທດລາວ, ພວກຂ້າພະເຈົ້າໄດ້ຮັບຜົນປະໂຫຍດຈາກການລົງທຶນຂອງຈີນໃນດ້ານພື້ນຖານໂຄງລ່າງກະສິກຳ, ລວມທັງການລົງທຶນໃນລະບົບຊົນລະປະທານ, ສິ່ງກໍ່ສ້າງປຸງແຕ່ງຜະລິດຕະພັນກະສິກຳ ແລະການຄົ້ນຄວ້າເຕັກນິກກະສິກຳແບບຍືນຍົງ, ການລົງທຶນເຫຼົ່ານີ້ບໍ່ພຽງແຕ່ໄດ້ຍົກສູງຜົນຜະລິດດ້ານກະສິກຳຂອງລາວເທົ່ານັ້ນ, ຍັງໄດ້ສະໜອງເຄື່ອງມື ແລະຄວາມຮູ້ທີ່ຈຳເປັນໃຫ້ແກ່ຊາວກະສິກອນລາວເພື່ອເຕີບໂຕຢ່າງແຂງແຮງໃນຕະຫຼາດໂລກທີ່ມີການປ່ຽນແປງຢ່າງບໍ່ຢຸດຢັ້ງຕື່ມອີກ. ນອກນັ້ນ, ການຮ່ວມມືລະຫວ່າງສອງປະເທດໄດ້ພັດທະນາກ້າວເຖິງຂັ້ນສ້າງຄວາມສາມາດ ແລະແຜນການເຝິກອົບຮົມທີ່ເນັ້ນໃສ່ການເຄື່ອນໄຫວດ້ານກະສິກຳແບບຍືນຍົງ, ໂດຍຜ່ານການແບ່ງປັນຄວາມຮູ້ດ້ານວິຊາການ, ພວກເຮົາໄດ້ສະໜອງເຕັກນິກປະດິດສ້າງໃໝ່ໃຫ້ແກ່ຊາວກະສິກອນລາວ, ເຕັກນິກເຫຼົ່ານີ້ໄດ້ຊຸກຍູ້ການອະນຸລັກສິ່ງແວດລ້ອມຂອງປະເທດລາວໃນຂະນະທີ່ຍົກສູງກຳລັງການຜະລິດ. ການຮ່ວມມືລະຫວ່າງຈີນກັບລາວໄດ້ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາ ແລະຄວາມພະຍາຍາມຂອງພວກເຮົາກ່ຽວກັບການບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ສ້າງຊົນນະບົດ ແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ທ່ານສີຈິ້ນຜິງ ກ່າວວ່າ: ຂະບວນການລຶບລ້າງຄວາມທຸກຍາກຂອງຈີນສະແດງໃຫ້ເຫັນວ່າ, ບັນຫາທຸກຍາກຂອງປະເທດພວມພັດທະນາແມ່ນສາມາດແກ້ໄຂໄດ້

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn