ພາສາລາວ

ໜ່ວຍງານການແພດ “ຂະບວນລົດໄຟສັນຕິພາບ” ຂອງກອງທັບປົດປ່ອຍປະຊາຊົນຈີນເດີນທາງໄປຮອດນະຄອນຫຼວງວຽງຈັນ

cri2024-11-15 16:10:23
Share
Share this with Close
Messenger Pinterest LinkedIn

ວັນທີ 14 ພະຈິກນີ້, ໜ່ວຍງານພະລາທິການດ້ານເສນາຮັກຂອງຈີນທີ່ເຂົ້າຮ່ວມການເຝິກຊ້ອມຮ່ວມດ້ານການຊ່ວຍເຫຼືອການແພດມະນຸດສະທຳພາຍໃຕ້ຫົວຂໍ້ “ຂະບວນລົດໄຟສັນຕິພາບ 2024” ໄດ້ເດີນທາງໄປຮອດນະຄອນຫຼວງວຽງຈັນປະເທດລາວ, ຈະຮ່ວມກັບໜ່ວຍງານພະລາທິການດ້ານເສນາຮັກຂອງກອງທັບປະຊາຊົນລາວດຳເນີນການການເຝິກຊ້ອມຮ່ວມໃນວຽກງານພະລາທິການດ້ານເສນາຮັກແລະ ກິດຈະກໍາບໍລິການທາງການແພດເປັນເວລາ 14 ວັນ.

ຕາມຂ່າວລາຍງານວ່າ: ໜ່ວຍງານການແພດຂອງຈີນທີ່ເຂົ້າຮ່ວມກິດຈະກຳຄັ້ງນີ້ໄດ້ເດີນທາງດ້ວຍລົດໄຟການແພດຂອງກອງທັບຈີນເຂົ້າສູ່ປະເທດລາວຜ່ານທາງລົດໄຟຈີນ-ລາວ. ຫຼັງຈາກໄປຮອດສະຖານີໂພນໂຮງແລ້ວ, ໜ່ວຍງານການແພດຈີນໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລາວຢ່າງໃກ້ຊິດ ເພື່ອຂົນອຸປະກອນລົງຈາກລົດຢ່າງວ່ອງໄວ.

ໃນຂະນະເດີນທາງດ້ວຍລົດໄຟການແພດ, ໜ່ວຍງານການແພດຈີນຍັງໄດ້ດຳເນີນການເຝິກຊ້ອມຕ່າງໆຄືເຫດການຕົວຈິງ ເຊັ່ນ: ການກອບກູ້ສຸກເສີນຢູ່ພາກສະໜາມ, ການຜ່າຕັດ, ການປິ່ນປົວຄົນເຈັບສາຫັດ ແລະ ການຮັບປະກັນດ້ານການແພດເປັນຕົ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn