ພາສາລາວ

ຈີນ:ຟິລິບປິນນຳເຂົ້າລະບົບລູກສອນໄຟໄລຍະກາງແມ່ນການທ້າທາຍເກາະຜິດ ແລະ ການກະທຳທີ່ເປັນອັນຕະລາຍ

CRI2024-11-15 11:11:39
Share
Share this with Close
Messenger Pinterest LinkedIn

ວັນທີ 14 ພະຈິກນີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.ມີນັກຂ່າວຖາມວ່າ:ຕາມຂ່າວແຈ້ງວ່າ,ໂຄສົກກອງທັບຟິລິບປິນກ່າວວ່າກອງທັບຟິລິບປິນກຳລັງພິຈາລະນາຈັດຊື້ລະບົບຍິງລູກສອນໄຟໄລຍະກາງ “ທາຍພອນ”, ສ່ວນທ່ານກິວເບີໂຕ ເທວໂດໂຣ ລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນກໍ່ກ່າວວ່າ ຟິລິບປິນ “ບໍ່ປະລະສິດສ້າງຄວາມສາມາດແນວນີ້ຢູ່ຜືນແຜ່ນດິນຂອງປະເທດຕົນໃນອະນາຄົດ”. ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

ທ່ານລີນຈ້ຽນຕອບວ່າ:ກ່ຽວກັບອາເມຣິກາຕິດຕັ້ງລະບົບລູກສອນໄຟໄລຍະກາງຢູ່ຟິລິບປິນ, ຈີນໄດ້ສະແດງທ່າທີຄັດຄ້ານຢ່າງເດັດດ່ຽວມາຫຼາຍເທື່ອແລ້ວ. ຂ້າພະເຈົ້າຢາກເນັ້ນໜັກອີກເທື່ອໜຶ່ງວ່າ:ຟິລິບປິນນຳເຂົ້າລະບົບລູກ

ສອນໄຟໄລຍະກາງແມ່ນການທ້າທາຍເກາະຜິດ ແລະ ການກະທຳທີ່ເປັນອັນຕະລາຍ, ບໍ່ມີຄວາມຮັບຜິດຊອບທີ່ສຸດຕໍ່ປະຊາຊົນຂອງປະເທດຕົນ ແລະ ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ ລວມທັງດ້ານປະຫວັດສາດ ແລະ ຄວາມໝັ້ນຄົງໃນພາກພື້ນ.

ທ່ານລີນຈ້ຽນກ່າວເນັ້ນວ່າ:ພາກພື້ນນີ້ແມ່ນຕ້ອງການສັນຕິພາບ ແລະຄວາມຈະເລີນຮຸ່ງເຮືອງ, ບໍ່ຕ້ອງການລູກສອນໄຟໄລຍະກາງ ແລະການເປັນປໍລະປັກກັນ. ຈີນຮຽກຮ້ອງໃຫ້ຟິລິບປິນອີກເທື່ອໜຶ່ງຈົ່ງປະຕິບັດຕໍ່ຄວາມຮຽກຮ້ອງຂອງບັນດາປະເທດ ແລະ ປະຊາຊົນໃນພາກພື້ນຢ່າງຖືກຕ້ອງ, ແກ້ໄຂຄວາມຜິດພາດໂດຍໄວ, ຖອນລະບົບລູກສອນໄຟໄລຍະກາງ“ທາຍພອນ” ໂດຍໄວໂດຍອີງຕາມຄຳໝັ້ນສັນຍາເປີດເຜີຍທີ່ໄດ້ປະກາດໄວ້ກ່ອນໜ້ານີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn