ຈີນກ່າວປະນາມຢ່າງຮຸນແຮງ ແລະ ເດັດດ່ຽວຄັດຄ້ານຟິລິບປິນທີ່ປະກາດໃຊ້ອັນທີ່ເອີ້ນວ່າ “ກົດໝາຍວ່າດ້ວຍເຂດທະເລ”
ວັນທີ 8 ພະຈິກນີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມເຖິງເລື່ອງທີ່ຟິລິບປິນປະກາດໃຊ້ອັນທີ່ເອີ້ນວ່າ “ກົດໝາຍວ່າດ້ວຍເຂດທະເລ”. ຕໍ່ເລື່ອງນີ້, ທ່ານນາງເມົານີງຕອບວ່າ: ກະຊວງການຕ່າງປະເທດຈີນໄດ້ຮຽກເອກອັກຄະລັດຖະທູດຟິລິບປິນປະຈຳຈີນມາພົບເພື່ອຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ເລື່ອງນີ້.
ທ່ານນາງເມົານີງກ່າວເນັ້ນວ່າ: ອັນທີ່ເອີ້ນວ່າ “ກົດໝາຍວ່າດ້ວຍເຂດທະເລ” ຂອງຟິລິບປິນຈັດເອົາເກາະຮວງຢຽນ ພ້ອມດ້ວຍເກາະ ແລະ ຫາດສ່ວນຫຼາຍຂອງໝູ່ເກາະນານຊ່າ ແລະ ເຂດທະເລທີ່ກ່ຽວຂ້ອງຂອງຈີນເຂົ້າໃນເຂດທະເລຂອງຟິລິບປິນຢ່າງຜິດກົດໝາຍ,ເຈດຕະນານຳໃຊ້ຮູບການສ້າງກົດໝາຍພາຍໃນປະເທດເພື່ອສ້າງຄວາມໝັ້ນຄົງໃຫ້ກັບການຕັດສິນຄະດີກ່ຽວກັບທະເລຈີນໃຕ້ ການກະທຳດັ່ງກ່າວໄດ້ລ່ວງລ້ຳອະທິປະໄຕຜືນແຜ່ນດິນ ແລະ ສິດທິຜົນປະໂຫຍດທາງທະເລຂອງຈີນຢູ່ທະເລຈີນໃຕ້ຢ່າງໜັກໜ່ວຍ,ຈີນກ່າວປະນາມຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດຂາດ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ມະນຸດເກັບຕົວຢ່າງຢູ່ໜ້າດິນດາວອັງຄານຄັ້ງທຳອິດຈະດຳເນີນຄືແນວໃດ?