ຈັດກອງປະຊຸມເວທີເປິກສາຫາລືຈາກາຕາການພົວພັນຈີນ-ອາຊຽນ
ວັນທີ 1 ພະຈິກນີ້, ກອງປະຊຸມເວທີເປິກສາຫາລືຈາກາຕາການພົວພັນຈີນ-ອາຊຽນໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ, ໂດຍມີທ່ານກາວກິມຮຸນ ເລຂາທິການໃຫຍ່ອາຊຽນ, ທ່ານນາງໂຫວຢ້ຽນສີ ເອກອັກຄະລັດຖະທູດຈີນປະຈຳອາຊຽນ, ທູຕານຸທູດຂອງບັນດາປະເທດປະຈຳອາຊຽນ ແລະຜູ້ຕາງໜ້າວົງການຕ່າງໆຫຼາຍກວ່າ 150 ທ່ານໄດ້ເຂົ້າຮ່ວມ.
ໃນໂອກາດກ່າວປະກອບຄຳເຫັນ, ທ່ານນາງໂຫວຢ້ຽນສີ ໄດ້ເນັ້ນໜັກວ່າ: ມາດຕະການປະຕິຮູບສຳຄັນຕ່າງໆຂອງຈີນໄດ້ສະໜອງໂອກາດໃໝ່ໃຫ້ແກ່ການຮ່ວມມືລະຫວ່າງຈີນກັບອາຊຽນ ແລະການພັດທະນາຮ່ວມກັນຂອງພາກພື້ນ, ຫວັງວ່າສອງຝ່າຍຈະຊຸກຍູ້ການເຊື່ອມໂຍງເຊື່ອມຈອດກັນທີ່ມີລະດັບສູງ, ມີລັກສະນະກວມລວມ ແລະເຊື່ອມສານຈິດໃຈຕື່ມອີກ, ເພື່ອປະກອບສ່ວນເຂົ້າໃນການຍົກລະດັບສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນກັບອາຊຽນໃຫ້ສູງຂຶ້ນ.
ບັນດາແຂກຜູ້ມີກຽດ ທີ່ເຂົ້າຮ່ວມກອງປະຊຸມໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ຜົນງານດ້ານການຮ່ວມມືໃນເຂດເຊື່ອມໂຍງເຊື່ອມຈອດກັນລະຫວ່າງຈີນກັບອາຊຽນ, ຄອງຄອຍຈີນ ແລະອາຊຽນຈະສືບຕໍ່ເພີ່ມທະວີການຮ່ວມມື, ຮ່ວມກັນຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ກອງປະຊຸມເວທີເປິກສາຫາລືຄັ້ງນີ້ໄດ້ມີຫົວຂໍ້ວ່າ “ເຊື່ອມໂຍງເຊື່ອມຈອດກັນ: ຂົວຕໍ່ ແລະສາຍຜູກພັນ, ເຊິ່ງໄດ້ຮ່ວມກັນຈັດຂຶ້ນໂດຍຄະນະທູດຈີນປະຈຳອາຊຽນ ແລະ ຄະນະທູດມາເລເຊຍຖາວອນປະຈຳອາຊຽນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved