ພາສາລາວ

ໄຂກອງປະຊຸມກົນໄກເປິກສາຫາລືກິດຈະການທາງທະເລຈີນ-ອາຊຽນຄັ້ງທີ 14 ຢູ່ນະຄອນກວາງໂຈ່ວ

cri2024-10-30 14:33:09
Share
Share this with Close
Messenger Pinterest LinkedIn

ວັນທີ 29 ຕຸລານີ້, ກອງປະຊຸມກົນໄກເປິກສາຫາລືກິດຈະການທາງທະເລຈີນ-ອາຊຽນຄັ້ງທີ 14 ໄດ້ໄຂຂຶ້ນຢູ່ນະຄອນກວາງໂຈ່ວແຂວງກວາງຕຸ້ງຂອງຈີນ, ມີຫົວໜ້າ ຫຼືຜູ້ຕາງໜ້າອົງການກິດຈະການທາງທະເລຂອງບັນດາປະເທດສະມາຊິກອາຊຽນ, ເຈົ້າໜ້າທີ່ກອງເລຂາອາຊຽນ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງລະບົບກິດຈະການທາງທະເລທີ່ຂຶ້ນກັບອົງການກິດຈະການທາງທະເລຂອງກະຊວງຄົມມະນາຄົມຂົນສົ່ງຈີນໂດຍກົງປະມານ 110 ທ່ານໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

ກອງປະຊຸມດັ່ງກ່າວແມ່ນເວທີກົນໄກການຮ່ວມມືກິດຈະການທາງທະເລພາຍໃຕ້ຂອບກອງປະຊຸມລັດຖະມົນຕີຄົມມະນາຄົມຈີນ-ອາຊຽນ, ເປົ້າໝາຍແມ່ນເພື່ອເພີ່ມທະວີການສົນທະນາທີ່ມີໄມຕີຈິດ ແລະການຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັນລະຫວ່າງຈີນກັບອາຊຽນໃນຂົງເຂດກິດຈະການທາງທະເລ, ຮ່ວມກັນຊຸກຍູ້ຄວາມປອດໄພດ້ານການເດີນເຮືອທາງທະເລ ແລະ ການອະນຸລັກສິ່ງແວດລ້ອມທາງທະເລຂອງພາກພື້ນ, ຕັ້ງໜ້າຮັບໃຊ້ການພັດທະນາ ແລະຄວາມຈະເລີນຮຸ່ງເຮືອງຂອງເສດຖະກິດການຂົນສົ່ງທາງເຮືອ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn